ຈີນ ແລະ ອາເມຣິກາຕ້ອງຊອກຫາເສັ້ນທາງຢູ່ຮ່ວມກັນທີ່ຖືກຕ້ອງໃຫ້ໄດ້

2022-10-15 22:03:12 CRI


ວັນທີ 15 ຕຸລາ 2022 ນີ້,ຢູ່ນະຄອນຫຼວງປັກກິ່ງ, ທ່ານຊຸ່ນເຢ້ຫຼີ ໂຄສົກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ຕອບຄຳຖາມ ກ່ຽວກັບສາຍພົວພັນຈີນ-ອາເມຣິກາໂດຍກ່າວວ່າ, ຖ້າວ່າໃນ 50 ປີຜ່ານມານີ້, ເຫດການສຳຄັນ ທີ່ສຸດອັນໜຶ່ງໃນສາຍພົວພັນສາກົນກໍ່ແມ່ນສາຍພົວພັນຈີນ-ອາເມຣິກາໄດ້ຟື້ນຟູຄວາມເປັນປົກກະຕິ ແລະ ຂະຫຍາຍຕົວ, ໄດ້ສ້າງຜົນປະໂຫຍດ ໃຫ້ແກ່ສອງປະເທດ ແລະ ໂລກ, ຄັນຊັ້ນ ໃນ 50 ປີຕໍ່ໜ້ານີ້, ສິ່ງສຳຄັນທີ່ສຸດໃນສາຍພົວພັນ ສາກົນກໍຄື ຈີນແລະອາເມຣິກາຕ້ອງຊອກຫາ ເສັ້ນທາງຢູ່ຮ່ວມກັນທີ່ຖືກຕ້ອງໃຫ້ໄດ້.


ທ່ານຊຸ່ນເຢ້ຫຼີກ່າວວ່າ, ຈີນແລະ ອາເມຣິກາມີ ຜົນປະໂຫຍດຮ່ວມຫຼາຍກວ່າຄວາມຂັດແຍ້ງກັນ, ຜົນປະໂຫຍດຂອງສອງປະເທດໄດ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ. ປີ 2021, ຍອດມູນຄ່າການຄ້າ ຈີນ-ອາເມຣິກາມີເຖິງ 750 ຕື້ກວ່າໂດລາສະຫະລັດ ເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດ, ເພີ່ມຂຶ້ນ 28,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາໄດ້ຄ້ຳຊູຕຳແໜ່ງປະກອບອາຊີບ 2,6ລ້ານຕຳແໜ່ງຂອງອາເມຣິກາ.


ທ່ານຊຸ່ນເຢ້ຫຼີກ່າວຕື່ມວ່າ, ສັນຕິພາບ ຄວາມປອງດອງ ແລະຄວາມກົມກຽວກັນແມ່ນອຸດົມການທີ່ປະຊາຊາດຈີນສະແຫວງຫາ ແລະສືບທອດກັນມາໃນ 5000 ກວ່າປີຜ່ານມາ.ຈີນສະແຫວງຫາການພັດທະນາແມ່ນເພື່ອໃຫ້ປະຊາຊົນຂອງປະເທດຕົນມີຊີວິດການເປັນຢູ່ອັນດີງາມກວ່າເກົ່າ,ແຕ່ບໍ່ແມ່ນທ້າທາຍຜູ້ອື່ນ.ຈີນຄັດຄ້ານແນວຄິດທີ່“ປະເທດເຂັ້ມແຂງແລ້ວຍ່ອມເປັນເຈົ້າອຳນາດ”ແລະແນວຄິດເກມຜົນລວມເປັນສູນ.ຈີນຈະບໍ່ຫາເລື່ອງ,ແຕ່ກໍບໍ່ຢ້ານມີເລື່ອງ.ຈີນບໍ່ຂົ່ມເຫັງຜູ້ອື່ນ,ແຕ່ກໍບໍ່ອະນຸຍາດໃຫ້ຜູ້ອື່ນມາຂົ່ມເຫັງພວກເຮົາ.


ທ່ານກ່າວຕື່ມວ່າ,ຂໍກຸນແຈໃນການແກ້ໄຂສາຍພົວພັນຈີນ-ອາເມຣິກາໃຫ້ດີນັ້ນຂຶ້ນຢູ່ກັບການເຄົາລົບເຊິ່ງກັນແລະກັນ, ການຢູ່ຮ່ວມກັນໂດຍສັນຕິ, ແລະການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານກ່າວວ່າ,ເຊື່ອວ່າປະຊາຊົນສອງຊາດຈີນ-ອາເມຣິກາມີສະຕິປັນຍາ,ມີໂອກາດແລະມີຄວາມສາມາດທີ່ຈະຊອກຫາເສັ້ນທາງຢູ່ຮ່ວມກັນແບບນີ້ໃຫ້ໄດ້.