ປະທານາທິບໍດີອິນໂດເນເຊຍກ່າວວ່າ: ຄອງຄອຍຈີນມີນະໂຍບາຍທີ່ສ້າງຜົນປະໂຫຍດໃຫ້ກັບໂລກຫຼາຍກວ່າເກົ່າ

2022-10-15 14:33:59 cri


ຫວ່າງມໍ່ໆນີ້, ທ່ານໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG. ທ່ານໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຜົນສຳເລັດການພັດທະນາທີ່ໃຫຍ່ຫຼວງຂອງຈີນ, ຄອງຄອຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຈະມີນະໂຍບາຍທີ່ຕັ້ງໜ້າຕໍ່ໂລກຫຼາຍກວ່າເກົ່າ, ທ່ານຍັງກ່າວເຖິງອະນາຄົດທີ່ດີງາມຂອງການຮ່ວມມືລະຫວ່າງສອງປະເທດໃນຕໍ່ໜ້າ.

ທ່ານໂຈໂກ ວີໂດໂດ ກ່າວວ່າ: ພວກຂ້າພະເຈົ້າຫວັງວ່າກອງປະຊຸມຈະໄດ້ຮັບຜົນສຳເລັດຢ່າງຈົບງາມ ເພື່ອສ້າງຊີວິດການເປັນຢູ່ທີ່ດີງາມກວ່າເກົ່າໃຫ້ກັບປະຊາຊົນຈີນ, ຫວັງວ່າກອງປະຊຸມຈະມີຂໍ້ຕົກລົງທີ່ມີຜົນດີຕໍ່ປະຊາຊົນຈີນ ທັງມີຜົນດີຕໍ່ຄວາມໝັ້ນຄົງຂອງພາກພື້ນແລະສັນຕິພາບຂອງໂລກ ເພື່ອປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງຂອງພາກພື້ນແລະຄວາມພາສຸກຂອງໂລກ.

ໃນວຽກງານການຮ່ວມມືດ້ານເສດຖະກິດການຄ້າ, ຈີນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອິນໂດເນເຊຍໃນ 9 ປີລຽນຕິດ, ມູນຄ່າການຄ້າລະຫວ່າງສອງຝ່າຍໃນປີ 2021 ໄດ້ເພີ່ມຂຶ້ນເກືອບ 60% ເພື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຈີນຍັງແມ່ນປະເທດໃຫຍ່ອັນດັບ 2 ທີ່ລົງທຶນຢູ່ອິນໂດເນເຊຍ. ສຳລັບການຮ່ວມມືລະຫວ່າງສອງຝ່າຍ, ທ່ານໂຈໂກ ວີໂດໂດ ກ່າວວ່າ: ອິນໂດເນເຊຍຄອງຄອຍຈະຮ່ວມກັບຈີນເພີ່ມທະວີການຮ່ວມມືມິດຕະພາບຕື່ມອີກ ເພື່ອປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງແລະຄວາມໝັ້ນຄົງຂອງພາກພື້ນກໍຄືຂອງໂລກ.