ຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຊີຂອງຈີນບໍ່ພຽງແຕ່ຮັບໃຊ້ປະຊາຊົນຈີນເທົ່ານັ້ນ,ທັງຈະສ້າງຄວາມສຸກໃຫ້ກັບປະຊາຄົມໂລກນຳອີກ

2022-10-15 14:21:20 cri


   ໄລຍະມໍ່ໆມານີ້, ລົມພະຍຸເຣີຣິເຄນ “ຈູເຣຍ”ໄດ້ພັດຖະຫຼົ່ມປະເທດຕ່າງໆຢູ່ທະວີບອາເມຣິກາກາງ ແລະ ໃຕ້, ຈີນໄດ້ນຳໃຊ້ດາວທຽມສຳຜັດທາງໄກໃນທັນທີເພື່ອໃຫ້ການສະໜັບສະໜູນດ້ານເຕັກນິກອະວະກາດ ແກ່ການຕ້ານໄພນ້ຳຖ້ວມ ແລະ ກູ້ໄພທ້ອງຖິ່ນດັ່ງກ່າວ. ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງໃນວັນທີ 14 ຕຸລານີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວວ່າ: ຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຊີຂອງຈີນຈະຍຶດໝັ້ນການເປີດປະຕູແລະເປີດກວ້າງ, ເພື່ອຮ່ວມກັນຊົມໃຊ້ຜົນປະໂຫຍດ, ບໍ່ພຽງແຕ່ຮັບໃຊ້ປະຊາຊົນຂອງປະເທດຈີນເທົ່ານັ້ນ, ທັງຈະສ້າງຄວາມສຸກໃຫ້ກັບປະຊາຄົມໂລກນຳອີກ.



   ທ່ານນາງໝາວໜິງແນະນຳໃຫ້ຮູ້ວ່າ: ປະເທດຈີນເອົາໃຈໃສ່ຢ່າງສູງນຳວຽກງານກູ້ໄພຂອງປະເທດຢູ່ທະວີບອາເມຣິກາກາງ ແລະ ໃຕ້, ຕັ້ງໜ້າສະໜອງການຊ່ວຍເຫຼືອໃນການກູ້ໄພ. ທ່ານນາງກ່າວຕື່ມວ່າ: “ໂດຍຕອບສະໜອງກັບການຮ້ອງຂໍຂອງປະເທດທີ່ກ່ຽວຂ້ອງ, ພວກເຮົາໄດ້ນຳໃຊ້ດາວທຽມສຳຜັດທາງໄກໃນທັນທີເພື່ອໃຫ້ການສະໜັບສະໜູນດ້ານເຕັກນິອະວະກາດ ແກ່ການຕ້ານໄພນ້ຳຖ້ວມ ແລະ ການກູ້ໄພຢູ່ທ້ອງຖິ່ນ. ໃນຕໍ່ໜ້າ, ປະເທດຈີນຈະສືບຕໍ່ຮັກສາການແລກປ່ຽນກັບປະເທດທີ່ມີຄວາມຕ້ອງການ ເພື່ອໃຫ້ການສະໜັບສະໜູນແກ່ການຕິດຕາມວັດແທກສະພາບໄພພິບັດ ແລະ ວຽກງານປະເມີນຫຼັງໄພພິບັດ.”