ນະໂຍບາຍຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເປັນສູນຢູ່ທຸກເວລາແມ່ນນະໂຍບາຍປ້ອງກັນພະຍາດທີ່ກຳນົດຕາມສະພາບແຫ່ງຊາດຂອງຈີນ ແລະຕາມຫຼັກວິທະຍາສາດ

2022-10-15 22:57:36 cri




ທ່ານຊຸນເຢ້ຫຼີ ໂຄສົກຂອງກອງ ປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 15 ຕຸລານີ້ວ່າ: ນະໂຍບາຍຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19ໃຫ້ເປັນສູນຢູ່ທຸກເວລາແມ່ນນະໂຍບາຍປ້ອງກັນພະຍາດທີ່ກຳນົດຕາມສະພາບແຫ່ງຊາດຂອງຈີນແລະຕາມຫຼັກວິທະຍາສາດ.ການຖືຄວາມປອດໄພດ້ານຊີວິດແລະສຸຂະພາບແຂງແຮງຂອງປະຊາຊົນເປັນສິ່ງສຳຄັນອັນດັບໜຶ່ງນັ້ນ,ແມ່ນຈຸດເລີ່ມຕົ້ນແລະເປົ້າໝາຍພື້ນຖານຂອງທຸກມາດຕະການປ້ອງກັນພະຍາດຂອງຈີນ.ຖ້າປະເມີນຜົນໂດຍລວມແລ້ວຈະເຫັນວ່າ: ມາດຕະການປ້ອງກັນພະຍາດຂອງຈີນແມ່ນປະຢັດກວ່າໝູ່ ແລະມີປະສິດທິຜົນດີກວ່າໝູ່.

ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ, ທ່ານຊຸນເຢ້ຫຼີກ່າວວ່າ: ແກນກາງຂອງນະໂຍບາຍ ຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເປັນສູນຢູ່ ທຸກເວລາ ແມ່ນຮັບມືຢ່າງໄວວາ ແລະປ້ອງກັນ ພະຍາດຢ່າງຖືກຕ້ອງຕາມເປົ້າໝາຍ, ພະຍາຍາມ ຄວບຄຸມສະພາບການແຜ່ລະບາດຂອງພະຍາດດ້ວຍຕົ້ນທຶນທາງສັງຄົມໃຫ້ໜ້ອຍທີ່ສຸດແລະໃຊ້ເວລາໜ້ອຍທີ່ສຸດເພື່ອປົກປັກຮັກສາຄວາມປອດໄພດ້ານຊີວິດແລະສຸຂະພາບແຂງແຮງຂອງປະຊາຊົນດ້ວຍຄວາມສາມາດສຸດຂີດ,ຫຼຸດຜົນກະທົບຕໍ່ການພັດທະນາເສດຖະກິດສັງຄົມແລະຊີວິດການເປັນຢູ່ທີ່ເປັນປົກກະຕິຂອງປະຊາຊົນໃຫ້ຢູ່ໃນລະດັບຕ່ຳສຸດ.

ທ່ານກ່າວຕື່ມວ່າ:ຈີນເປັນປະເທດໃຫຍ່ທີ່ມີປະຊາກອນຫຼາຍ, ມີຜູ້ອາຍຸສູງຫຼາຍ, ການພັດທະນາ ຂອງແຕ່ລະເຂດແຄ້ວນຂາດຄວາມດຸນດ່ຽງກັນ, ຍອດຈຳນວນຊັບພະຍາກອນທາງການແພດມີບໍ່ພຽງພໍໂດຍທຽບຖານ. ກໍ່ແມ່ນຍ້ອນໄດ້ຍຶດໝັ້ນນະໂຍບາຍ  ຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເປັນສູນຢູ່ທຸກເວລາ, ຈຶ່ງໄດ້ຮັບປະກັນໃຫ້ມີອັດຕາຜູ້ຕິດເຊື້ອແລະອັດຕາຜູ້ເສຍຊີວິດຢູ່ໃນລະດັບຕ່ຳສຸດ.ກໍ່ແມ່ນຍ້ອນໄດ້ຍຶດໝັ້ນນະໂຍບາຍຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເປັນສູນຢູ່ທຸກເວລາ,ຍຶດໝັ້ນການປ້ອງກັນພະຍາດໃຫ້ໄດ້, ການຮັກສາຄວາມໝັ້ນທ່ຽງຂອງເສດຖະກິດໃຫ້ໄດ້ແລະການພັດທະນາຢ່າງມີຄວາມປອດໄພໃຫ້ໄດ້ ຈິ່ງສາມາດຮັກສາໃຫ້ເສດຖະກິດສັງຄົມຂອງຈີນຢູ່ໃນສະພາບຮັກສາຄວາມໝັ້ນທ່ຽງຢ່າງຕໍ່ເນື່ອງ.

ທ່ານຊຸນເຢ້ຫຼີກ່າວຕື່ມອີກວ່າ:ຄຽງຄູ່ກັບການປ່ຽນແປງຂອງສະພາບການແຜ່ລະບາດຂອງພະຍາດແລະການຮັບຮູ້ເຊື້ອພະຍາດຢ່າງເລິກເຊິ່ງ,ຈີນໄດ້ປະກາດແຜນງານປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ສະບັບທີ 9 ຕາມໆກັນ, ນະໂຍບາຍແລະ ມາດຕະການປ້ອງກັນພະຍາດຂອງຈີນຈະນັບມືນັບຕາມຫຼັກວິທະຍາສາດ,ນັບມື້ນັບຖືກຕ້ອງຕາມເປົ້າໝາຍ, ນັບມື້ນັບມີປະສິດທິຜົນ, ການປະສານງານການປ້ອງກັນແລະຄວບຄຸມພະຍາດກັບການພັດທະນາເສດຖະກິດສັງຄົມ ຈະມີລະດັບສູງຂຶ້ນກວ່າເກົ່າ.