ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອນມູນິດຈີນຄັ້ງທີ 20 ທັງໝົດໄດ້ລາຍງານໂຕຕໍ່ກອງປະຊຸມເປັນທີ່ຮຽບຮ້ອຍ

2022-10-15 13:01:05 CRI


   ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອນມູນິດຈີນຄັ້ງທີ 20 ທີ່ເດີນທາງມາຈາກແຫ່ງຕ່າງໆໃນທົ່ວປະເທດເພື່ອເຕົ້າໂຮມກັນທີ່ນະຄອນຫຼວງປັກກິ່ງ ເຊິ່ງມາຮອດວັນທີ 14 ຕຸລານີ້, ຄະນະຜູ້ແທນທັງໝົດໄດ້ລາຍງານໂຕຕໍ່ກອງປະຊຸມເປັນທີ່ຮຽບຮ້ອຍແລ້ວ.



   ໂອກາດນີ້, ຄະນະຜູ້ແທນໄດ້ເຫັນດີເປັນເອກະພາບກັນວ່າ, ຜົນສໍາເລັດອັນຍິ່ງໃຫຍ່ໃນພາລະກິດຂອງພັກ ແລະປະເທດຊາດ ໃນຮອບ 10 ປີຜ່ານມາໄດ້ສ່ອງແສງໃຫ້ເຫັນວ່າ, ການກໍານົດເອົາສະຫາຍ ສີຈິ້ນຜິງ ເປັນແກນນໍາຂອງສູນກາງພັກ ແລະທົ່ວພັກຄອມມູນິດຈີນ ກໍຄື ການກໍານົດເອົາແນວຄິດສັງຄົມນິຍົມສີສັນພິເສດຈີນໃນຍຸກໃໝ່ຂອງ ສີຈິ້ນຜິງ ເປັນແນວຄິດຊີ້ນໍາຂອງພັກນັ້ນ, ໄດ້ສ່ອງແສງໃຫ້ເຫັນເຖິງຄວາມປະຖະໜາ ຮ່ວມກັນຂອງທົ່ວພັກທົ່ວກອງທັບກໍຄືປະຊາຊົນຈີນບັນດາເຜົ່າໃນທົ່ວປະເທດ, ພ້ອມດຽວກັນນີ້, ຍັງມີຄວາມໝາຍຕັດສິນໃນການພັດທະນາພາລະກິດຂອງພັກ ແລະປະເທດຊາດໃນຍຸກໃໝ່ ກໍຄືການຊຸກຍູ້ຂະບວນວິວັດຂອງການສົ່ງເສີມ ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນນໍາອີກ.



   ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອນມູນິດຈີນຄັ້ງທີ 20 ຈະໄດ້ສຶກສາຄົ້ນຄວ້າເປົ້າໝາຍ ແລະທິດທາງນະໂຍບາຍໃນການພັດທະນາ ພາລະກິດຂອງພັກ ແລະປະເທດຊາດໃນ 5 ປີຕໍ່ໜ້າ ຫຼືໄລຍະທີ່ຍາວກວ່ານີ້ຕາມຫຼັກວິທະຍາສາດ ເຊິ່ງໄດ້ຮັບຄວາມສົນໃຈ ແລະເປັນຈຸດສຸມສາຍຕາຂອງປະເທດຕ່າງໆໃນໂລກ. ບັນດາຄະນະຜູ້ແທນກ່າວວ່າ, ຕົນໃນ ຖານະເປັນຜູ້ແທນກອງປະຊຸມໃຫຍ່ຄັ້ງນີ້ ຮູ້ສຶກເປັນກຽດຢ່າງຍິ່ງ ແລະໄດ້ ແບກຫາບພາລະໜ້າທີ່ອັນສໍາຄັນ ເຊິ່ງຈະປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໃຈ ເພື່ອຮ່ວມກັນຈັດກອງປະຊຸມຄັ້ງນີ້ໃຫ້ເປັນກອງປະຊຸມທີ່ມີຄວາມສາມັກຄີ ບຸກບືນສູ້ຊົນ ແລະມີໄຊ ຢ່າງແນ່ນອນ.