ບັນດາກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນຊຸດໃໝ່ຈະພົບກັບນັກຂ່າວຈີນ ແລະ ຕ່າງປະເທດ

2022-10-15 19:00:16 CRI


ວັນທີ 15 ຕຸລາ 2022ນີ້, ກອງປະຊຸມຖະແຫຼງຂ່າວຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນຈີນທີ່ນະຄອນຫຼວງປັກກິ່ງ.


ໂຄສົກກອງປະຊຸມກ່າວວ່າ: ຫຼັງຈາກ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ອັດລົງແລ້ວ, ຈະຈັດກອງປະຊຸມຄົບຄະນະຄັ້ງທີ 1 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນຊຸດທີ 20. ຫຼັງຈາກກອງປະຊຸມຄົບຄະນະຄັ້ງທີ 1 ສິ້ນສຸດລົງແລ້ວ, ບັນດາກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນຊຸດໃໝ່ຈະພົບກັບນັກຂ່າວຈີນ ແລະ ຕ່າງປະເທດ.