ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງແຕ່ວັນທີ 16 ຫາ 22 ຕຸລາ

2022-10-15 18:58:43 CRI


ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຈະຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງໃນເວລາ 10 ໂມງເຊົ້າຂອງວັນທີ 16 ຕຸລາ 2022 ນີ້, ແລະຈະດຳເນີນນັບແຕ່ວັນທີ 16 ຫາ 22 ຕຸລານີ້.


ທ່ານຊຸ່ນເຢ້ຫຼີ ໂຄສົກ ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 20ໄດ້ປະກາດຂ່າວດັ່ງກ່າວໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນ ວັນທີ 15 ຕຸລານີ້. ທ່ານກ່າວວ່າ, ໂດຍຜ່ານການກວດສອບຂອງຄະນະກຳມະການກວດສອບຄຸນວຸດທິຜູ້ແທນກອງປະຊຸມໃຫຍ່ທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20, ໄດ້ຢືນຢັນວ່າ ຄຸນວຸດທິຂອງຜູ້ແທນ 2.296 ທ່ານມີຜົນສັກສິດ, ພວກເຂົາເຈົ້າຈະຕາງໜ້າອົງການພັກຂັ້ນຮາກຖານ 4,9ລ້ານກວ່າອົງການ ແລະ ສະມາຊິກພັກ 96 ລ້ານກວ່າຄົນເຂົ້າຮ່ວມກອງປະຊຸມ. ປັດຈຸບັນນີ້, ວຽກງານກະກຽມດ້ານຕ່າງໆຂອງກອງປະຊຸມໄດ້ເປັນທີ່ຮຽບຮ້ອຍທັງໝົດແລ້ວ.


ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນແລະ ຄະນະກຳມະການສູນກາງພັກທີ່ກຳເນີດຈາກກອງປະຊຸມໃຫຍ່ແມ່ນອົງການນຳພາສູງສຸດຂອງພັກຄອມມູນິດຈີນ.ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄມມູນິດຈີນແມ່ນແຕ່ລະ 5 ປີຈັດຂຶ້ນຄັ້ງໜຶ່ງ. ໃນໄລຍະດຳເນີນກອງປະຊຸມ,ຜູ້ແທນທັງຫຼາຍທີ່ເຂົ້າຮ່ວມກອງປະຊຸມຈະສຳຫຼວດພິຈາລະນາບົດລາຍງານຂອງຄະນະກຳມະການສູນກາງພັກແລະຄະນະກຳມະການ ກວດກາວິໄນສູນກາງພັກ ຊຸດກ່ອນ, ປັບປຸງກົດລະບຽບຂອງພັກ, ປຶກສາຫາລື ແລະ ຕັດສິນບັນຫາສຳຄັນຂອງພັກ, ເລືອກຕັ້ງຄະນະກຳມະການສູນກາງພັກຊຸດໃໝ່ ແລະ ຄະນະກຳມະການກວດວິໄນສູນກາງຊຸດໃໝ່.