ຈີນຍາມໃດກໍ່ແມ່ນດິນຮ້ອນໃນການລົງທຶນ

2022-10-15 21:44:34 CRI


ຕອນບ່າຍວັນທີ 15 ຕຸລາ 2022 ນີ້, ທ່ານຊຸ່ນເຢ້ຫຼີ ໂຄສົກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ20ໄດ້ກ່າວຢູ່ນະຄອນຫຼວງປັກກິ່ງວ່າ:ການເປີດປະຕູສູ່ພາຍນອກແມ່ນນະໂຍບາຍພື້ນຖານແຫ່ງຊາດຈີນ,ບໍ່ວ່າໂລກຈະມີການປ່ຽນແປງແນວໃດ,ຄວາມຕັດສິນໃຈແລະມານະຈິດຂອງຈີນໃນການເປີດປະຕູສູ່ພາຍນອກຈະບໍ່ປ່ຽນແປງ,ຈີນຈະດຳເນີນການເປີດປະຕູສູ່ພາຍນອກໃນຂອບເຂດໃຫຍ່ກວ່າເກົ່າ ຂົງເຂດກວ້າງກວ່າເກົ່າ ແລະ ລະດັບເລິກເຊິ່ງ ກວ່າເກົ່າຢ່າງເດັດດ່ຽວໜຽວແໜ້ນ. ຈີນຍາມໃດກໍ່ແມ່ນດິນຮ້ອນໃນການລົງທຶນ.


ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງກັບຈີນສ້າງສະພາບການພັດທະນາອັນໃໝ່,ການຕິດຕາມຄຸ້ມຄອງເວທີອິນເຕີເນັດ ແລະ ບັນຫາອື່ນໆທີ່ພາຍນອກ  ສົນໃຈນັ້ນ,ທ່ານຊຸ່ນເຢ້ຫຼີກ່າວວ່າ,ຈີນເປັນປະເທດທີ່ປົກຄອງຕາມກົດໝາຍ, ບໍ່ວ່າແມ່ນທຶນລັດ ຫຼື ທຶນເອກະຊົນ, ທຶນພາຍໃນປະເທດ ຫຼື ທຶນຕ່າງປະເທດ,ລ້ວນແຕ່ຖືກປົກປ້ອງຕາມກົດໝາຍ.ຈີນຈະຮັກແໜ້ນແລະພັດທະນາເສດຖະກິດລະບອບກຳມະສິດສ່ວນລວມຢ່າງບໍ່ຫວັ່ນໄຫວຄອນແຄນ, ສົ່ງເສີມ ສະໜັບສະໜູນ ແລະ ຊັກນຳການພັດທະນາເສດຖະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມຢ່າງບໍ່ຫວັ່ນໄຫວຄອນແຄນ, ທິດທາງນະໂຍບາຍນີ້ບໍ່ໄດ້ປ່ຽນແປງໃນປັດຈຸບັນ, ແລະຈະບໍ່ປ່ຽນແປງໃນອະນາຄົດ.


ທ່ານຊຸ່ນເຢ້ຫຼີໄດ້ແນະນຳໃຫ້ຮູ້ວ່າ,ຈີນໄດ້ສະເໜີອອກວ່າ:ຈະສ້າງສະພາບການພັດທະນາອັນໃໝ່ທີ່ຖືຮອບໝູນວຽນໃຫຍ່ພາຍໃນປະເທດເປັນຫຼັກ, ຮອບໝູນວຽນພາຍໃນປະເທດແລະສາກົນຊຸກຍູ້ເຊິ່ງກັນແລະກັນ,ແຕ່ບໍ່ແມ່ນຮອບໝູນວຽນພາຍໃນປະເທດແບບປິດກັ້ນ,ໂດຍຈະເສີມຂະຫຍາຍກຳລັງບົ່ມຊ້ອນຂອງຄວາມຕ້ອງການພາຍໃນປະເທດ,ເຮັດໃຫ້ຕະຫຼາດພາຍໃນປະເທດກັບຕະຫຼາດສາກົນເຊື່ອມໂຍງກັນໃຫ້ດີກວ່າເກົ່າ.


ທ່ານຊຸນເຢ້ຫຼີແນະນຳໃຫ້ຮູ້ຕື່ມວ່າ, ໃນຊຸມປີມໍ່ໆມານີ້, ຈີນໄດ້ເລັ່ງລັດບາດກ້າວທີ່ເປີດປະຕູສູ່ພາຍນອກໃຫ້ໄວຂຶ້ນເລື້ອຍໆ.ຈີນໄດ້ສະເໜີຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ທັງຕັ້ງໜ້າຈັດຕັ້ງປະຕິບັດ, ໄດ້ລົງນາມ ແລະປະຕິບັດສັນຍາວ່າດ້ວຍສາຍພົວພັນຄູ່ເສດຖະກິດຮອບດ້ານໃນພາກພື້ນຫຼືRCEP, ພ້ອມທັງຊຸກຍູ້ເຂົ້າ ເປັນປະເທດພາຄີໃນສັນຍາເສດຖະກິດການຄ້າຫຼາຍຝ່າຍຫຼາຍສະບັບ,ໄດ້ຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ 4 ຄັ້ງຢ່າງສຳເລັດຜົນ, ເປັນເຈົ້າການເປີດຕະຫຼາດຕໍ່ໂລກ.ໄດ້ຍົກເລີກຂໍ້ຈຳກັດດ້ານອັດຕາສ່ວນການຖືຫຸ້ນຂອງທຶນຕ່າງປະເທດໃນຂະແໜງການທະນາຄານ,ຂົງເຂດການລົງທຶນສຳລັບນັກທຸລະກິດຕ່າງປະເທດໄດ້ເປີດກວ້າງອອກຢ່າງບໍ່ຢຸດຢັ້ງ.