ໂຄສົກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20: ຈີນປະສົບຜົນສໍາເລັດຢ່າງຈົບງາມໃນການສ້າງສັງຄົມອີ່ມໜໍາສໍາລານ

2022-10-15 22:30:39 CRI

 

   ວັນທີ 15 ຕຸລານີ້ທີ່ນະຄອນຫຼວງປັກກິ່ງ, ທ່ານ ຊຸນເຢ້ຫຼີ ໂຄສົກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນໄດ້ກ່າວວ່າ: ສັງຄົມອີ່ມໜໍາສໍາລານທີ່ຈີນສໍາເລັດການກໍສ້າງນັ້ນໄດ້ເກີນຄາດໝາຍຫຼາຍສົມຄວນ ເມື່ອທຽບໃສ່ການຄາດນະເນໃນໄລຍະຕົ້ນແຫ່ງການດໍາເນີນການປະຕິຮູບແລະ ເປີດປະຕູສູ່ພາຍນອກ,ໂດຍໄດ້ປະສົບຜົນສໍາເລັດຢ່າງຈົບງາມ ແລະສາມາດຜ່ານການທົດສອບໄດ້. ທ່ານກ່າວວ່າ: ເປົ້າໝາຍຕໍ່ໜ້າຂອງຈີນຄືສໍາເລັດການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ.



   ໂອກາດນີ້, ທ່ານ ຊຸນເຢ້ຫຼີ ໄດ້ຊີ້ໃຫ້ເຫັນວ່າ: ນັບມາຮອດປີ 2020, ປະຊາຊົນທີ່ມີລາຍໄດ້ລະດັບປານກາງຂອງຈີນຫຼາຍກວ່າ 400 ລ້ານຄົນ, ກາຍເປັນກຸ່ມຄົນທີ່ມີລາຍໄດ້ລະດັບປານກາງທີ່ມີຂະໜາດໃຫຍ່ກວ່າໝູ່ແລະມີລັກສະນະເຕີບໂຕຫຼາຍກວ່າໝູ່ໃນທົ່ວໂລກ; ຂະນະທີ່ຕົວເລກດັດຊະນີອັງແກນຂອງປະຊາຊົນຕົວເມືອງ ແລະຊົນນະບົດຕ່າງກໍໄດ້ຫຼຸດລົງຮອດລະດັບ 29.2% ແລະ 32.7%, ຊີວິດການເປັນຢູ່ຂອງປະຊາຊົນມີຄຸນນະພາບດີຂຶ້ນຢ່າງເດັ່ນຊັດ. ພ້ອມດຽວກັນນີ້, ມາຮອດທ້າຍປີ 2020, ປະຊາຊົນທີ່ທຸກຍາກ ຢູ່ຊົນນະບົດມີທັງໝົດ 98.99 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ເປັນທີ່ຮຽບຮ້ອຍເຊິ່ງເປັນປະຕິຫານໃນປະຫວັດສາດການແກ້ໄຂຄວາມທຸກຍາກຂອງມວນມະນຸດ. ເມື່ອເບິ່ງຈາກລວມຍອດເສກຖະກິດແລະຕົວຊີວັດອື່ນໆແລ້ວ, ມາຮອດປີ 2020, ຍອດມູນຄ່າຜະລິດຕະພັນພາຍໃນປະເທດ ຫຼື GDP ຂອງຈີນໄດ້ບັນລຸ 101.600 ຕື້ຢວນ ຄອງອັນດັບທີສອງຂອງໂລກຢ່າງໝັ້ນທ່ຽງ.


   ທ່ານຊຸນເຢ້ຫຼີກ່າວຕື່ມວ່າ:ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 16-22 ຕຸລານີ້ ຈະວາງແຜນດ້ານມະຫາພາກໃຫ້ກັບຍຸດທະສາດການສ້າງປະເທດສັງຄົມນິຍົມທີ່ ທັນສະໄໝຢ່າງຮອບດ້ານໂດຍແບ່ງເປັນ “2 ບາດກ້າວ” ແລະຈະກໍານົດ ເປົ້າໝາຍຍຸດທະສາດ ແລະມາດຕະການທີ່ສໍາຄັນໃນ 5 ປີຕໍ່ໜ້າ.