ທ່ານສີຈິ້ນຜິງສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງປະທານາທິບໍດີນີເຊຣີ

2022-10-15 17:06:38 CRI

   ວັນທີ 13 ຕຸລານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງ ທ່ານ ມຸຮາມມາດູ ບູຮາຣີ ປະທານາທິບໍດີນີເຊຣີ ກ່ຽວກັບອຸບັດເຫດເຮືອຫຼົ້ມນໍ້າທີ່ເກີດຂຶ້ນຢູ່ປະເທດດັ່ງກ່າວ.

   ທ່ານ ສີຈິ້ນຜິງ ກ່າວວ່າ: ຂ້າພະເຈົ້າຮູ້ສຶກເສົ້າສະຫຼົດໃຈທີ່ໄດ້ຮັບຂ່າວວ່າໄດ້ເກີດອຸບັດເຫດເຮືອຫຼົ້ມນໍ້າທີ່ລັດອະນໍາບຣາ ປະເທດນີເຊຣີ ສົ່ງຜົນເຮັດໃຫ້ມີປະຊາຊົນເສຍຊີວິດ ແລະບາດເຈັບຈໍານວນຫຼາຍ. ຂ້າພະເຈົ້າຂໍຕາງໜ້າລັດຖະບານ ກໍຄືປະຊາຊົນຈີນ ສະແດງຄວາມເສົ້າສະຫຼົດໃຈຕໍ່ຜູ້ເສຍຊີວິດ ແລະສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈມາຍັງຄອບຄົວຂອງຜູ້ເສຍຊີວິດໃນອຸບັດເຫດຄັ້ງນີ້ດ້ວຍ.