ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຈະໄຂຂຶ້ນໃນຕອນເຊົ້າວັນທີ 16 ຕຸລານີ້

2022-10-15 17:18:12 cri

ເວລາ 16 ໂມງ 30 ນາທີຂອງວັນທີ 15 ຕຸລາ 2022, ກອງປະຊຸມຖະແຫຼງຂ່າວຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມິນູດຈີນຄັ້ງທີ 20 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນຈີນ ໂດຍໄດ້ແຈ້ງໃຫ້ຊາບວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຈະໄຂຂຶ້ນໃນຕອນເຊົ້າ 10 ໂມງຂອງວັນທີ 16 ຕຸລານີ້ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງຂອງຈີນ, ໄລຍະຈັດກອງປະຊຸມແມ່ນລະຫວ່າງວັນທີ 16 ຫາວັນທີ 22 ຕຸລານີ້. ປັດຈຸບັນ, ວຽກງານກະກຽມຕ່າງໆໄດ້ກຽມພ້ອມຢ່າງຮຽບຮ້ອຍແລ້ວ.