ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມກະກຽມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20

2022-10-15 19:28:51 CRI


ຕອນບ່າຍວັນທີ 15 ຕຸລາ 2022 ນີ້, ກອງປະຊຸມກະກຽມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມ.

 

ກອງປະຊຸມໄດ້ລົງຄະແນນສຽງຮັບຮອງເອົາບັນຊີລາຍຊື່ຄະນະກຳມະການກວດກາຄຸນວຸດທິຜູ້ແທນທີ່ປະກອບດ້ວຍ 22 ທ່ານ, ບັນຊີລາຍຊື່ຄະນະປະທານກອງປະຊຸມໃຫຍ່ທີ່ປະກອບດ້ວຍ 243 ທ່ານ, ທັງຮັບຮອງເອົາທ່ານຫວາງຮູ້ນິງເປັນເລຂາທິການຂອງກອງປະຊຸມ.


ກອງປະຊຸມຍັງໄດ້ຮັບຮອງເອົາວາລະປະຊຸມຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 20, ຄື: ຮັບຟັງ ແລະ ພິຈາລະນາບົດລາຍງານຂອງຄະນະກຳມະການສູນກາງພັກຊຸດທີ 19; ພິຈາລະນາບົດລາຍງານວຽກງານຂອງຄະນະກຳມະການກວດວິໄນສູນກາງພັກຊຸດທີ 19; ພິຈາລະນາ ແລະຮັບຮອງ “ກົດລະບຽບຂອງພັກຄອມມູນິດຈີນ (ສະບັບປັບປຸງ)”; ເລືອກຕັ້ງຄະນະກຳມະການສູນກາງພັກຊຸດທີ 20; ເລືອກຕັ້ງຄະນະກຳມະການກວດວິໄນສູນກາງພັກຊຸດທີ 20.