ປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ

2022-10-16 17:17:15 CRI


 


ວັນທີ 16 ຕຸລາປີ 2022, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງ ປັກກິ່ງຢ່າງຄຶກຄື້ນ.ໃນກອງປະຊຸມ,ທ່ານສີຈິ້ນຜິງ,ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ຕາງໜ້າຄະນະກຳມະການສູນກາງພັກຜ່ານບົດລາຍງານຕໍ່ກອງປະຊຸມໃຫຍ່, ໂດຍກ່າວວ່າ: “ປະຊາທິປະໄຕປະຊາຊົນໃນທົ່ວຂະບວນການແມ່ນທາດແທ້ຂອງການເມືອງປະຊາທິປະໄຕສັງຄົມນິຍົມ, ແມ່ນປະຊາທິປະໄຕທີ່ກວ້າງຂວາງທີ່ສຸດ, ແທ້ຈິງທີ່ສຸດ ແລະ ມີປະສິດທິຜົນທີ່ສຸດ.”

 

ຢູ່ປະເທດຈີນ,ຄຳວ່າ“ປະຊາທິປະໄຕ”ບໍ່ແມ່ນມີເຄົ້າມາຈາກອາແຕນຂອງເກຼັກບູຮານ, ແຕ່ແມ່ນ ກຳເນີດມາຈາກຕຳນານປັດຊະຍາຂົງຈື້ເມື່ອ 2200 ກວ່າປີກ່ອນ. ໂດຍມີເນື້ອໃນໃຈຄວາມວ່າ: ຜູ້ທີ່ເປັນກະສັດນັ້ນບໍ່ແມ່ນກຳເນີດມາແຕ່ເກີດ, ແຕ່ແມ່ນຜົນທີ່ສອດຄ່ອງກັບຄວາມປາຖະໜາຂອງປະຊາຊົນແລະແມ່ນການເລືອກເອົາຂອງປະຊາຊົນ.ນີ້ແມ່ນໜໍ່ແໜງຂອງແນວຄິດປະຊາທິປະໄຕອັນ ເປັນມູນເຊື້ອຂອງຈີນ, ກໍແມ່ນພື້ນຖານຂອງແນວຄິດການເມືອງທີ່“ປະເທດຕ້ອງຖື ປະຊາຊົນເປັນກົກ”.

 

ແນວຄິດປະຊາທິປະໄຕຂອງສະໄໝບູຮານໄດ້ສືບທອດມາຮອດປັດຈຸບັນນີ້,ກາຍເປັນແນວຄິດປະຊາທິປະໄຕປະຊາຊົນໃນທົ່ວຂະບວນການແລະພື້ນຖານວັດທະນະທຳຂອງຈີນ.

 

ຕ່າງກັບປະຊາທິປະໄຊແບບປ່ອນບັດເລືອກຕັ້ງຂອງປະເທດຕາເວັນຕົກ, ຢູ່ປະເທດຈີນ, ກ່ອນອື່ນ, ປະຊາທິປະໄຕໄດ້ສະແດງອອກໃນ“ປະຊາ ຊົນເປັນເຈົ້າ”,ລະບອບສະພາປະຊາຊົນກໍແມ່ນສິ່ງຮັບປະກັນດ້ານລະບອບທີ່ປະຊາ ຊົນເປັນເຈົ້າຂອງປະເທດ.ນອກນີ້,ປະຊາທິປະໄຕຂອງຈີນຍັງສະແດງອອກໃນ “ປະຊາຊົນເປັນເຈົ້າຕົນເອງ”,ເວົ້າງ່າຍໆກໍຄືປະຊາຊົນຄຸ້ມຄອງວຽກຂອງປະຊາຊົນເອງ.ລະບຽບການປົກຄອງຕົນເອງຂອງປະຊາຊົນຢູ່ຂັ້ນຮາກຖານ,ແມ່ນພື້ນຖານ ດ້ານໜຶ່ງທີ່ສຳຄັນຂອງປະຊາທິປະໄຕປະຊາຊົນໃນທົ່ວຂະບວນການຂອງຈີນ.ສ່ວນລະບຽບການປົກຄອງຕົນເອງຢູ່ເຂດຊົນເຜົ່າຍິ່ງເປັນພຶດຕິກຳອັນສຳຄັນຂອງປະຊາທິປະໄຕປະຊາຊົນໃນທົ່ວຂະບວນການຢູ່ເຂດຊົນເຜົ່າ,ທັງແມ່ນການປະດິດສ້າງໃໝ່ອັນຍິ່ງໃຫຍ່ຂອງພັກຄອມມູນິດຈີນໃນການນຳພາປະເທດທີ່ມີຫຼາຍຊົນເຜົ່າເປັນເອກະພາບກັນ.

 

ຕ່າງກັບ “ລະບອບການເລືອກຕັ້ງ” ຂອງປະເທດຕາເວັນຕົກ, ປະຊາທິປະໄຕຂອງປະເທດຈີນສະແດງອອກໃນທົ່ວຂະບວນການ ແລະ ລັກສະນະປົກຫຸ້ມຢ່າງທົ່ວເຖິງ. ຢູ່ປະເທດຈີນ ປະຊາທິປະໄຕແມ່ນໃຊ້ມາແກ້ໄຂບັນຫາທີ່ປະຊາຊົນຕ້ອງການໃຫ້ແກ້ໄຂ, ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນ. ມີບັນຫາຫຍັງກໍປຶກສາຫາລືກັນ, ວຽກຂອງປວງຊົນ ກໍໃຫ້ປວງຊົນປຶກສາຫາລືກັນ, ການຊອກຫາຜົນປະໂຫຍດຮ່ວມທີ່ໃຫຍ່ທີ່ສຸດ ທີ່ສອດຄ່ອງກັບຄວາມປາຖະໜາ ແລະ ຄວາມຮຽກຮ້ອງຂອງທົ່ວສັງຄົມນັ້ນແມ່ນທາດແທ້ຂອງປະຊາທິປະໄຕປະຊາຊົນ. ຈາກເລື່ອງເລັກໆນ້ອຍໆຂອງປະຊາຊົນ ຮອດວຽກໃຫຍ່ຂອງລັດ, ລ້ວນແຕ່ແມ່ນຕັດສິນໂດຍຜ່ານການປຶກສາຫາລືກັນ. ຕົວຢ່າງວ່າ ໃນກອງປະຊຸມໃຫຍ່ຄັ້ງທີ 20 ຄັ້ງນີ້, ກ່ອນອື່ນ, ຜູ້ດແທນ 2296 ຄົນທີ່ຕາງໜ້າສະມາຊິກພັກ 96 ລ້ານກວ່າຄົນມີລັກສະນະຕົວແທນຢ່າງກວ້າງຂວາງ, ເຊິ່ງສະແດງໃຫ້ເຫັນຄວາມປາຖະໜາຂອງສະມາຊິກພັກໃນຂະແໜງການຕ່າງໆ ແລະ ວົງການຕ່າງໆ. ໂດຍສະເພາະແມ່ນໄດ້ຮັບປະກັນອັດຕາສ່ວນຂອງຜູ້ຕາງໜ້າສະມາຊິກໃນແນວໜ້າຂອງການຜະລິດ ແລະ ເຮັດວຽກຕົວຈິງ, ຍັງໄດ້ຮັກປະກັນອັດຕາສ່ວນຂອງສະມາຊິກພັກເພດຍິງ ແລະ ສະມາຊິກພັກທີ່ເປັນຊົນເຜົ່າສ່ວນໜ້ອຍ.

 

ນອກນີ້, ໃນຫຼາຍເດືອນກ່ອນ, ພັກກອມມູນິດຈີນໄດ້ປິ່ນອ້ອມວຽກງານຂອງກອງປະຊຸມໃຫຍ່ຄັ້ງທີ 20 ໂດຍໄດ້ເກັບໂຮມຄຳເຫັນຜ່ານທາງອິນເຕີເນັດ. ນີ້ແມ່ນຄັ້ງທຳອິດທີ່ພັກຄອມມູນິດຈີນເກັບໂຮມຄຳເຫັນກ່ຽວກັບວຽກງານທີ່ກ່ຽວຂ້ອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຈາກທົ່ວພັກ ແລະ ທົ່ວສັງຄົມຢ່າງເປີດເຜີຍໃນປະຫວັດສາດຂອງພັກກອມມູນິດຈີນ. ເຊິ່ງປະລິມານອ່ານໃນເວັບໄຊທີ່ກ່ຽວຂ້ອງມີເຖິງ 660 ລ້ານເທື່ອ. ເຊິ່ງລ້ວນແຕ່ສະແດງໃຫ້ເຫັນເຖິງປະຊາທິປະໄຕປະຊາຊົນໃນທົ່ວຂະບວນການຢ່າງມີຊີວິດຊີວາ.