ທ່ານສີຈິ້ນຜິງ: ກຳລັງເສດຖະກິດຈີນໄດ້ບັນລຸການກ້າວກະໂດດທີ່ມີລັກສະນະປະຫວັດສາດ

2022-10-16 13:45:44 CRI

 

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20ຂອງພັກກອມມູນິດຈີນໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງຕາງໜ້າຄະນະກຳມະການສູນກາງພັກກອມມູນິດຈີນຊຸດທີ 19 ສະເໜີບົດລາຍງານວຽກງານຕໍ່ກອງປະຊຸມໃຫຍ່ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ, ໃນ 10 ປີຜ່ານມານີ້, ຍອດມູນຄ່າຜະລິດຕະພັນພາຍໃນຫຼື GDP ຂອງຈີນໄດ້ເພີ່ມຈາກ 54.000 ຕື້ຢວນຂື້ນເປັນ 114.000 ຕື້ຢວນ, ຍອດປະລິມານເສດຖະກິດຈີນໄດ້ກວມ 18,5% ຂອງເສດຖະກິດໂລກ, ເພີ່ມຂຶ້ນ 7,2%, ເປັນອັນດັບ 2 ຂອງໂລກ.