ເຮັດໃຫ້ໝົດທຸກຄົນລ້ວນແຕ່ມີໂອກາດບັນລຸການພັດທະນາຕົນເອງ ດ້ວຍການອອກແຮງງານຢ່າງດຸໝັ່ນຂະຫຍັນພຽນ

2022-10-16 13:29:23 cri

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 16 ຕຸລານີ້, ທ່ານສີຈີ້ນຜິງ ໄດ້ຕາງໜ້າຄະນະກຳມະການສູນກາງພັກສໄໝທີ 19 ຜ່ານບົດລາຍງານຕໍ່ກອງປະຊຸມໂດຍກ່າວເນັ້ນໜັກວ່າ: ຈີນຈະປັບປຸງລະບຽບການແບ່ງປັນໃຫ້ສົມບູນຂຶ້ນຕື່ມອີກ, ຍຶດໝັ້ນຖືເອົາການແບ່ງປັນດ້ວຍແຮງງານເປັນຕົ້ນຕໍ ແລະ ມີຫຼາຍຮູບແບບການແບ່ງປັນຄົງຕົວຮ່ວມກັນ, ຍຶດໝັ້ນເຮັດຫຼາຍໄດ້ຫຼາຍ, ສົ່ງເສີມການສ້າງຄວາມຮັ່ງມີດ້ວຍຄວາມດຸໝັ່ນຂະຫຍັນພຽນ, ຊຸກຍູ້ໃຫ້ມີຄວາມຍຸດຕິທຳດ້ານໂອກາດ, ເພີ່ມລາຍໄດ້ຂອງຜູ້ມີລາຍໄດ້ຕ່ຳ, ເປີດກວ້າງກຸ່ມຄົນທີ່ມີລາຍໄດ້ປານກາງ, ເຮັດໃຫ້ລະບຽບການແບ່ງປັນລາຍໄດ້ເປັນແບບສະບັບກວ່າເກົ່າ, ປັບປຸງກົນໄກສະສົມຊັບສິນໃຫ້ສົມບູນຂຶ້ນ, ປະຕິບັດຍຸດທະສາດໃຫ້ບຸລິມະສິດແກ່ການປະກອບອາຊີບ, ປັບປຸງລະບົບບໍລິການສາທາລະນະດ້ານການປະກອບອາຊີບໃຫ້ສົມບູນຂຶ້ນ, ເພີ່ມທະວີການຮັບປະກັນແລະຊ່ວຍເຫຼືອດ້ານປະກອບອາຊີບຕໍ່ກຸ່ມຄົນທີ່ມີຄວາມຫຍຸ້ງຍາກ, ລົບລ້າງຂໍ້ຈຳກັດທີ່ບໍ່ສົມເຫດສົມຜົນທີ່ມີຜົນກະທົບຕໍ່ການປະກອບອາຊີບຢ່າງສະເໝີພາບກັນ ແລະ ການດູໝິ່ນດ້ານການປະກອບອາຊີບ, ເຮັດໃຫ້ໝົດທຸກຄົນລ້ວນແຕ່ມີໂອກາດບັນລຸການພັດທະນາຕົນເອງ ດ້ວຍການອອກແຮງງານຢ່າງດຸໝັ່ນຂະຫຍັນພຽນ.