ທ່ານ ສີຈິ້ນຜິງ: ພັກຄອມມູນິດຈີນນຳພາປະຊາຊົນເຮັດການປະຕິວັດຍຶດເອົາອຳນາດແລະປົກປັກຮັກສາປະເທດຊາດ,ສິ່ງທີ່ເຝົ້າຮັກສານັ້ນກໍຄືຈິດໃຈຂອງປະຊາຊົນ

2022-10-16 15:06:43 CRI


    ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ໄຂ ຂຶ້ນທີ່ນະຄອນຫຼວງປັກກິ່ງໃນວັນທີ 16 ຕຸລານີ້, ໂອກາດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ຕາງໜ້າຄະນະກໍາມະການສູນກາງພັກສະໄໝທີ 19 ຜ່ານບົດລາຍງານຕໍ່ກອງປະຊຸມໂດຍຊີ້ໃຫ້ ເຫັນວ່າ: ປະເທດຊາດກໍຄືປະຊາຊົນ, ປະຊາຊົນກໍຄືປະເທດຊາດ. ພັກຄອມມູນິດ ຈີນນໍາພາປະຊາຊົນເຮັດການປະຕິວັດຍຶດເອົາອຳນາດ ແລະປົກປັກຮັກສາປະເທດຊາດ, ສິ່ງທີ່ເຝົ້າຮັກສານັ້ນກໍຄືຈິດໃຈຂອງປະຊາຊົນ. ການບໍລິຫານປະເທດມີກົດທີ່ແນ່ນອນ, ສິ່ງທີ່ເປັນກົກຮາກແມ່ນສ້າງຜົນປະໂຫຍດໃຫ້ກັບປະຊາຊົນ. ການສ້າງຄວາມສຸກໃຫ້ກັບປະຊາຊົນແມ່ນທາດແທ້ຂອງຄວາມຮຽກຮ້ອງຕ້ອງການທີ່ການສ້າງພັກເພື່ອຜົນປະໂຫຍດສ່ວນລວມ, ກໍາອໍານາດເພື່ອຜົນປະໂຫຍດຂອງປະຊາຊົນ.


   ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ:  ຕ້ອງຍຶດໝັ້ນການຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຂະບວນການພັດທະນາ, ສົ່ງເສີມການບຸກບືນ ສູ້ຊົນຮ່ວມກັນເພື່ອສ້າງຊີວິດການເປັນຢູ່ທີ່ດີງາມ, ເຮັດໃຫ້ຄວາມປະຖະໜາຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ທີ່ດີງາມນັ້ນປະກົດຜົນເປັນຈິງຢ່າງບໍ່ຢຸດຢັ້ງ. ພວກເຮົາຕ້ອງບັນລຸ, ປົກປ້ອງ ແລະພັດທະນາຜົນປະໂຫຍດພື້ນຖານຂອງປະຊາຊົນຈຳນວນມະຫາສານທີ່ສຸດນັ້ນໃຫ້ດີ, ກໍາບັນຫາຜົນປະໂຫຍດທີ່ປະຊາຊົນເອົາໃຈໃສ່ທີ່ສຸດ, ກ່ຽວພັນກັບປະຊາຊົນໂດຍກົງທີ່ສຸດ ແລະຕິດແທດຕົວຈິງທີ່ສຸດນັ້ນໃຫ້ແໜ້ນແຟ້ນ, ຍຶດໝັ້ນພະຍາຍາມຈົນສຸດຄວາມສາມາດ ແລະເຮັດຕາມຄວາມສາມາດ, ລົງສູ່ປະຊາຊົນ, ລົງສູ່ຂັ້ນຮາກຖານ, ນໍາໃຊ້ມາດຕະການທີ່ນໍາເອົາຜົນປະໂຫຍດໃຫ້ແກ່ປະຊາຊົນແລະເຮັດໃຫ້ປະຊາຊົນອຸ່ນໃຈໃຫ້ຫຼາຍກວ່າເກົ່າ,ສຸມໃສ່ແກ້ໄຂບັນຫາທີ່ຮີບດ່ວນ, ທີ່ແກ້ໄຂໄດ້ຍາກ, ທີ່ປະຊາຊົນເປັນຫ່ວງແລະຄອງຄອຍນັ້ນໃຫ້ດີ, ປັບປຸງລະບົບບໍລິການສາທາລະນະຂັ້ນພື້ນຖານໃຫ້ສົມບູນ, ຍົກລະດັບການບໍລິການສາທາລະນະໃຫ້ສູງຂຶ້ນ, ເພີ່ມຄວາມດຸ່ນດ່ຽງກັນແລະການເຂົ້າເຖິງ, ຊຸກຍູ້ການການສ້າງຄວາມຮັ່ງມີຮ່ວມກັນຢ່າງໜັກແໜ້ນ.