ງານຊື້ຂາຍສິນຄ້າຂາເຂົ້າ-ຂາອອກຂອງຈີນຄັ້ງທີ 132 ໄດ້ໄຂຂຶ້ນຜ່ານທາງອອນລາຍໃນວັນທີ 15 ຕຸລານີ້ ມີວິສາກະກິດເຂົ້າຮ່ວມງານຊື້ຂາຍເພີ່ມຂຶ້ນຫຼາຍ

2022-10-16 13:44:37 CRI

 

ຕາມຂ່າວCRI: ວັນທີ 15 ຕຸລານີ້, ງານຊື້ຂາຍສິນຄ້າຂາເຂົ້າ-ຂາອອກຂອງຈີນ ຫຼື ງານຊື້ຂາຍກວາງໂຈວ ຄັ້ງທີ 132 ໄດ້ໄຂຂຶ້ນຜ່ານທາງອອນລາຍ, ເຊິ່ງມີຂະໜາດ ແລະບົດບາດທີ່ໄດ້ຮັບການຂະຫຍາຍທັງປະລິມານແລະຄຸນນະພາບ, ມີວິສາຫະກິດທີ່ເຂົ້າຮ່ວມງານຊື້ຂາຍຫຼາຍກວ່າ 3,5 ໝື່ນແຫ່ງ, ເພີ່ມຂຶ້ນເກືອບ 1 ໝື່ນແຫ່ງຖ້າທຽບໃສ່ຄັ້ງທີ່ຜ່ານມາ ; ໄດ້ອັບໂຫຼດເຄື່ອງວາງສະແດງຫຼາຍກວ່າ3,06 ລ້ານລາຍການ, ເຊິ່ງໄດ້ສ້າງສະຖິຕິສູງສຸດ.

 

ງານຊື້ຂາຍກວາງໂຈວຄັ້ງນີ້ຖື ການເຮັດໃຫ້ການເຄື່ອນໄຫວເສດຖະກິດທັງພາຍໃນແລະສາກົນເຊື່ອມຕໍ່ກັນ ເປັນຫົວຂໍ້ຫຼັກ, ໃນນັ້ນມີວິສາຫະກິດທີ່ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຂາອອກມີເຖິງ 34.744 ແຫ່ງ, ຖ້າທຽບໃສ່ຄັ້ງຜ່ານມາໄດ້ເພີ່ມຂຶ້ນປະມານ 40%, ສິນຄ້າສ່ວນຫຼາຍແມ່ນຢູ່ໃນຂົງເຂດເຄື່ອງໃຊ້ໃນຊີວິດປະຈຳວັນ, ເຄື່ອງໄຟຟ້າ, ວັດສະດຸກໍ່ສ້າງ, ເຄື່ອງແຕ່ງອາຫານ, ເຄື່ອງໂລຫະ ແລະຂົງເຂດອື່ນໆ ; ວິສາຫະກິດທີ່ເຂົ້າຮ່ວມງານວາງສະແດງສິນຄ້າຂາເຂົ້າມີ 400ກວ່າແຫ່ງ, ມາຈາກ 30 ກວ່າປະເທດ ແລະເຂດແຄ້ວນ.