ທ່ານ ສີຈິ້ນຜີງ: ເດັດດ່ຽວເອົາຊະນະບັ້ນການຕ້ານການສໍ້ລາດບັງຫຼວງເປັນເວລາຍາວນານ

2022-10-16 14:13:01 cri


    ວັນທີ 16 ຕຸລາ 2022, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ໃນໂອກາດຕາງໜ້າຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 19 ຜ່ານບົດລາຍງານຕໍ່ກອງປະຊຸມ, ທ່ານ ສີຈິ້ນຜີງ ກ່າວວ່າ: ຕ້ອງເດັດດ່ຽວເອົາຊະນະບັ້ນການຕໍ່ຕ້ານການສໍ້ລາດບັງຫຼວງທີ່ມີຄວາມຫຍຸ້ງຍາກ ແລະ ເປັນເວລາຍາວນານ, ການສໍ້ລາດບັງຫຼວງແມ່ນບັນຫາໃຫຍ່ທີ່ສຸດທີ່ຈະສ້າງຜົນຮ້າຍຕໍ່ ພະລັງຊີວິດ ແລະພະລັງແຮງສູ້ຊົນຂອງພັກຄອມມູນິດຈີນ, ການຕ້ານການສໍ້ລາດບັງຫຼວງແມ່ນການປະຕິວັດຕົນເອງທີ່ເຖິງຖອງທີ່ສຸດ, ຂໍພຽງແຕ່ຍັງມີສະພາບແວດລ້ອມທີ່ເກີດບັນຫາສໍ້ລາດບັງຫຼວງ, ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງກໍບໍ່ສາມາດຢຸດເຊົາໄດ້ແມ່ນແຕ່ວິນາທີດຽວ, ຕ້ອງບຸກບືນສູ້ຊົນຕະຫຼອດໄປ,  ຍຶດໝັ້ນຊຸກຍູ້ແນວຄິດທີ່ບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງ ແລະບໍ່ຢາກສໍ້ລາດບັງຫຼວງພ້ອມກັນ, ຕໍ່ຕ້ານ ແລະປາບປາມການສໍ້ລາດບັງຫຼວດດ້ວຍທ່າທາງທີ່ບໍ່ໃຫ້ອະໄພເດັດຂາດ, ບໍ່ອະນຸຍາດເກີດບັນຫາສໍ້ລາດບັງຫຼວງເດັດຂາດ.