ເຮັດໃຫ້ທ້ອງຟ້າປອດໂປ່ງສົດໃສກວ່າເກົ່າ, ເຮັດໃຫ້ພູຂຽວງາມກວ່າເກົ່າ ແລະ ເຮັດໃຫ້ນ້ຳໃສກວ່າເກົ່າ

2022-10-16 13:27:13 cri

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 16 ຕຸລານີ້, ທ່ານສີຈີ້ນຜິງ ໄດ້ຕາງໜ້າຄະນະກຳມະການສູນກາງພັກສໄໝທີ 19 ຜ່ານບົດລາຍງານຕໍ່ກອງປະຊຸມໂດຍກ່າວວ່າ: 10 ປີຜ່ານມາ, ພວກເຮົາຍຶດໝັ້ນແນວຄວາມຄິດພູຂຽວນ້ຳໃສ ກໍແມ່ນພູຄຳພູເງິນ, ຍຶດໝັ້ນການອຸນັກລັກ ແລະ ບົວລະບັດຮັກສາພູ, ນ້ຳ, ປ່າໄມ້, ໄຮ່ນາ, ໜອງບຶງ, ທົ່ງຫຍ້າ ແລະ ທະເລຊາຍຢ່າງເປັນເອກະພາບກັນ, ໄດ້ສ້າງງລະບົບລະບຽບການອາລິຍະທຳນິເວດທີ່ສົມບູນກວ່າເກົ່າ, ການອະນຸລັກສິ່ງແວດລ້ອມນິເວດ ກໍໄດ້ເກີດມີການປ່ຽນແປງຢ່າງຮອບດ້ານຄັ້ງປະຫວັດສາດ, ທ້ອງຟ້າປອດຂອງປະເທດເຮົາໂປ່ງສົດໃສກວ່າເກົ່າ, ພູຜາປະເທດເຮົາຂຽວງາມກວ່າເກົ່າ ແລະ ນ້ຳໃນແມ່ນ້ຳລຳເຊປະເທດເຮົາສົດໃສກວ່າເກົ່າ.