ການຫັນເປັນແບບທັນສະໄໝຂອງຈີນແມ່ນສັງຄົມນິຍົມທັນສະໄໝທີ່ນຳພາໂດຍພັກຄອມມູນິດຈີນ

2022-10-16 13:28:18 cri

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 16 ຕຸລານີ້, ທ່ານສີຈີ້ນຜິງ ໄດ້ຕາງໜ້າຄະນະກຳມະການສູນກາງພັກສໄໝທີ 19 ຜ່ານບົດລາຍງານຕໍ່ກອງປະຊຸມໂດຍກ່າວວ່າ: ການຫັນເປັນແບບທັນສະໄໝຂອງຈີນແມ່ນສັງຄົມນິຍົມທັນສະໄໝທີ່ນຳພາໂດຍພັກຄອມມູນິດຈີນ, ມີຈຸດພິເສດຮ່ວມໃນການຫັນເປັນແບບທັນສະໄໝຂອງປະເທດຕ່າງໆ, ກໍມີສີສັນພິເສດຂອງຈີນທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຈີນ, ການຫັນເປັນແບບທັນສະໄໝຂອງຈີນ ແມ່ນການຫັນເປັນແບບທັນສະໄໝທີ່ມີປະຊາກອນທີ່ກວ້າງໃຫຍ່ໄພສານ, ແມ່ນການຫັນເປັນແບບທັນສະໄໝທີ່ປະຊາຊົນສ້າງຄວາມຮັ່ງມີຮ່ວມກັນ, ແມ່ນການຫັນເປັນແບບທັນສະໄໝທີ່ມີອາລິຍະທຳດ້ານວັດຖຸ ແລະ ອາລິຍະທຳດ້ານຈິດໃຈປະສົມປະສານກັນ, ແມ່ນການຫັນເປັນແບບທັນສະໄໝທີ່ຄົນແລະທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ ແລະ ເປັນການຫັນເປັນແບບທັນສະໄໝທີ່ເດີນຕາມເສັ້ນທາງພັດທະນາໂດຍສັນຕິ.