ທ່ານ ສີຈິ້ນຜິງ: ຈີນຈະລົງເລິກປະຕິບັດຍຸດທະສາດສ້າງປະເທດທີ່ເຂັ້ມແຂງດ້ານຊັບພະຍາກອນມະນຸດ

2022-10-16 14:52:50 CRI


   ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ໄຂຂຶ້ນທີ່ນະຄອນຫຼວງປັກກິ່ງໃນວັນທີ 16 ຕຸລານີ້, ໂອກາດນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ຜ່ານບົດລາຍງານຕໍ່ກອງປະຊຸມໂດຍຊີ້ໃຫ້ເຫັນວ່າ: ຈີນຈະລົງເລິກປະຕິບັດຍຸດທະສາດສ້າງປະເທດທີ່ເຂັ້ມແຂງດ້ານຊັບພະຍາກອນມະນຸດ, ຍຶດໝັ້ນການເຄົາລົບແຮງງານ, ເຄົາລົບຄວາມຮູ້, ເຄົາລົບຊັບພະຍາກອນມະນຸດ ແລະເຄົາລົບການປະດິດສ້າງ, ປັບປຸງແຜນຍຸດທະສາດດ້ານຊັບພະຍາກອນມະນຸດໃຫ້ສົມບູນຂຶ້ນ, ເລັ່ງລັດສ້າງສູນຊັບພະຍາກອນມະນຸດ ແລະສູນປະດິດສ້າງໃໝ່ທີ່ສໍາຄັນຂອງໂລກ, ສຸມໃສ່ສ້າງ ເປັນທ່າແຮງສົມທຽບດ້ານຊັບພະຍາກອນມະນຸດໃນການແຂ່ງຂັນສາກົນ, ແລະເຕົ້າໂຮມຊັບພະຍາກອນມະນຸດທີ່ດີເດັ່ນໃນດ້ານຕ່າງໆເຂົ້າໃນພາລະກິດຂອງພັກແລະປະຊາຊົນ.