ທ່ານສີຈິ້ນຜີງ: ຈີນຈະສືບຕໍ່ບາກບັ່ນສູ້ຊົນລົງສູ່ລວງເລິກເພື່ອປ້ອງກັນທ້ອງຟ້າສີຄາມ, ນ້ຳໃສແລະດິນສະອາດ.

2022-10-16 13:56:10 CRI

ຕາມຂ່າວCRI: ວັນທີ 16 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20ຂອງພັກຄອມມູນິດຈີນໄດ້ໄຂຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຂອງຈີນ. ທ່ານສີຈິ້ນຜິງກ່າວໃນເວລາຕາງໜ້າຄະນະກຳມະການສູນກາງພັກຄອມມູນິດຈີນຊຸດທີ 19 ສະເໜີບົດລາຍງານຕໍ່ກອງປະຊຸມໃຫຍ່ວ່າ: ຈີນຈະສືບຕໍ່ຊຸກຍູ້ການປ້ອງກັນ ແລະຄວບຄຸມມົນລະພິດສິ່ງແວດລ້ອມ, ສືບຕໍ່ບາກບັ່ນສູ້ຊົນສູ່ລວງເລິກເພື່ອປ້ອງກັນທ້ອງຟ້າສີຄາມ, ນ້ຳໃສແລະດິນສະອາດໃຫ້ດີ, ກຳຈັດອາກາດທີ່ມີມົນລະພິດໜັກໜ່ວງໂດຍພື້ນຖານ, ກຳຈັດນ້ຳເປື້ອນທີ່ເປັນສີດຳແລະມີກິ່ນເໝັນໃນຕົວເມືອງໂດຍພື້ນຖານ, ເພີ່ມທະວີການປ້ອງກັນແລະຄວບຄຸມແຫຼ່ງມົນລະພິດທີ່ດິນ, ຍົກສູງລະດັບການກໍ່ສ້າງພື້ນຖານໂຄງລ່າງດ້ານສິ່ງແວດລ້ອມ, ເລັ່ງລັດການປັບປຸງສິ່ງແວດລ້ອມໃນທີ່ຢູ່ອາໄສຂອງຕົວເມືອງ ແລະຊົນນະບົດໃຫ້ດີຂຶ້ນ.