ທ່ານ ສີຈິ້ນຜິງ ກ່າວວ່າ: ຕ້ອງຮັກສາສະຕິແລະຄວາມເດັດດ່ຽວໜຽວແໜ້ນໃນທຸກເວລາເພື່ອແກ້ໄຂບັນຫາຫຍຸ້ງຍາກພິເສດຂອງພັກໃຫຍ່

2022-10-16 17:25:57 cri

      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນຕອນເຊົ້າວັນທີ 16 ຕຸລານີ້. ທ່ານ ສີຈິ້ນຜິງ ກ່າວໃນເວລາລາຍງານຕໍ່ກອງປະຊຸມໂດຍຕາງໜ້າຄະນະກຳມະການສູນກາງພັກຊຸດທີ 19 ວ່າ: ການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານແລະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານສຳຄັນທີ່ສຸດແມ່ນພັກ. ພັກຄອມມູນິດຈີນໃນຖານະເປັນພັກກຳອຳນາດລັດທິມາກທີ່ໃຫຍ່ທີ່ສຸດຂອງໂລກ,ຖ້າຢາກໄດ້ຮັບການສະໜັບສະໜູນຈາກປະຊາຊົນຢ່າງສະເໝີຕົ້ນສະເໝີປາຍແລະປັບປຸງຖານະກຳອຳນາດໄລຍະຍາວຂອງຕົນໃຫ້ໝັ້ນຄົງ,ຕ້ອງຮັກສາສະຕິແລະຄວາມເດັດດ່ຽວໜຽວແໜ້ນໃນທຸກເວລາໃນການແກ້ໄຂບັນຫາຫຍຸ້ງຍາກພິເສດຂອງພັກໃຫຍ່.

      ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ທົ່ວພັກຕ້ອງຈື່ຈຳຢ່າງໜັກແໜ້ນວ່າ: ຕ້ອງໃຫ້ຄວາມສຳຄັນຕໍ່ການບໍລິຫານພັກຢ່າງເຂັ້ມງວດແລະຮອບດ້ານຢ່າງບໍ່ລົດລະ,ໃຫ້ຄວາມສຳຄັນຕໍ່ການປະຕິຮູບຂອງພັກເອງຢ່າງບໍ່ລົດລະ,ບໍ່ຄວນມີອາລົມທີ່ລົດລະທໍ້ຖອຍ,ອິດເມື່ອຍແລະເບື່ອໜ່າຍຕໍ່ວຽກງານຢ່າງເດັດຂາດ,ຕ້ອງຍຶດໝັ້ນການຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດ,ຮອບດ້ານແລະຍາວນານ,ລົງເລິກຊຸກຍູ້ໂຄງການໃໝ່ອັນຍິ່ງໃຫຍ່ໃນການກໍ່ສ້າງພັກໃນຍຸກໃໝ່,ນຳພາການປະຕິວັດທາງສັງຄົມດ້ວຍການປະຕິວັດຂອງພັກເອງ. ພວກເຮົາຕ້ອງຈັດຕັ້ງປະຕິບັດຄວາມຕ້ອງການໂດຍລວມໃນການກໍ່ສ້າງພັກໃນຍຸກໃໝ່,ປັບປຸງລະບົບການບໍລິຫານພັກຢ່າງເຂັ້ມງວດແລະຮອບດ້ານໃຫ້ສົມບູນຂຶ້ນ,ຊຸກຍູ້ໃຫ້ພັກມີຄວາມໂປ່ງໃສເອງ,ການປັບປຸງໃຫ້ດີຂຶ້ນເອງ,ການປະຕິຮູບແລະປະດິດສ້າງໃໝ່ເອງ,ການຍົກລະດັບຄວາມສາມາດດ້ວຍຕົນເອງ ຢ່າງຮອບດ້ານ,ເພື່ອໃຫ້ພັກພວກເຮົາຍຶດໝັ້ນອຸດົມການພາລະກຳແລະໜ້າທີ່ຂອງຕົນຢ່າງເດັດດ່ຽວໜຽວແໜ້ນ,ກາຍເປັນແກນກາງໃນການນຳພາທີ່ເຂັ້ມແຂງຂອງພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສະເໝີຕົ້ນສະເໝີປາຍ.