ສານອວຍພອນຈາກຄະນະບໍລິຫານງານສູນກາງພັກສປປລາວເຖິງກອງປະຊຸມໃຫຍ່ຄັ້ງທີXXຂອງພັກກອມມູນິດຈີນ

2022-10-16 13:16:43 cri

 


ໃນ ວັນທີ 16 ຕຸລາ 2022,ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວໄດ້ສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກກອມມູນິດຈີນເນື່ອງໃນໂອກາດດຳເນີນກອງປະຊຸມໃຫຍ່ຄັ້ງທີXXຂອງພັກກອມມູນິດຈີນ.

ເນື້ອໃນສານອວຍພອນໄດ້ຂຽນວ່າ:

ບັນດາສະຫາຍ ທີ່ຮັກແພງ,

ເນື່ອງໃນໂອກາດ ພັກກອມມູນິດຈີນ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ທີ່ ນະຄອນຫຼວງປັກກິ່ງ ໃນວັນທີ 16 ຕຸລາ 2022, ໃນນາມ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ອາລົມຈິດແຫ່ງ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງຮ່ວມອຸດົມການດຽວກັນ ມາຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ບັນດາຜູ້ແທນກອງປະຊຸມໃຫຍ່ ແລະ ຜ່ານກອງປະຊຸມໃຫຍ່ໄປຍັງສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກທົ່ວໜ້າ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ໃນຄັ້ງນີ້ ແມ່ນເຫດການການເມືອງທີ່ມີຄວາມໝາຍສໍາຄັນໃນຊີວິດການເມືອງຂອງພັກກອມມູນິດຈີນ, ເຊິ່ງໄຂຂຶ້ນໃນທ່າມກາງສະພາບການພາກພື້ນ ແລະ ສາກົນມີຄວາມສັບສົນ ແລະ ເປັນໄລຍະສໍາຄັນຂອງການກໍານົດຍຸດທະສາດ ແລະ ວາງແນວທາງນະໂຍບາຍໃໝ່ ເພື່ອສູ້ຊົນບັນລຸເປົ້າໝາຍ 100 ປີເຫດການທີສອງ ກໍຄື ການສ້າງສັງຄົມນິຍົມຕາມສີສັນພິເສດທີ່ທັນສະໄໝຮອບດ້ານ ຂອງ ສປ ຈີນ ໃນກາງສະຕະວັດທີ 21 ໃຫ້ປະກົດຜົນເປັນຈິງຢ່າງມີໄຊ.

ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ປະດິດສ້າງໃໝ່ຂອງພັກກອມມູນິດຈີນໃນຕະຫຼອດກວ່າ 1 ສະຕະວັດທີ່ຜ່ານມາ, ປະຊາຊົນຈີນອ້າຍນ້ອງ ໄດ້ຜ່ານຜ່າການທົດສອບນາໆປະການ ແລະ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ, ເປັນປະຫວັດການ ແລະ ມະຫັດສະຈັນໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ສໍາເລັດການສ້າງສັງຄົມນິຍົມທີ່ອີ່ມໜໍາສໍາລານຮອບດ້ານໂດຍພື້ນຖານ, ສໍາເລັດການແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍຄື ການສະກັດກັ້ນ-ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບກົມກຽວປອງດອງ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ ແລະ  ເສດຖະກິດສືບຕໍ່ມີການພັດທະນາຢ່າງໝັ້ນທ່ຽງ, ເຊິ່ງບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງຍາດມາໄດ້ນັ້ນ ໄດ້ເປັນບົດຮຽນອັນລໍ້າຄ່າ, ເປັນແບບຢ່າງທີ່ດີເລີດ ແລະ ເປັນການປະກອບສ່ວນສໍາຄັນຍິ່ງເຂົ້າໃນການພັດທະນາຂອງບັນດາປະເທດຊາດໃນໂລກ.

ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ແສງສະຫວ່າງຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ພັກກອມມູນິດຈີນ, ພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ ກໍຄື ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງຈະສາມາດຍາດໄດ້ໄຊຊະນະຮອບດ້ານອັນໃໝ່, ຍິ່ງໃຫຍ່ກວ່າເກົ່າ.

ພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສຸດທີ່ທະນຸຖະໜອມສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມກັບພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ພ້ອມຈະຮ່ວມກັບສະຫາຍຈີນ ເຮັດສຸດຄວາມສາມາດຂອງຕົນໃນການປົກປັກຮັກສາ ແລະ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມໄວ້ເນື້ອເຊື້ອໃຈກັນລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ການສ້າງເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເລິກເຊິ່ງກວ່າເກົ່າເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ພັກກອມມູນິດຈີນ ທີ່ມີກຽດສະຫງ່າຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.

ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ດ້ວຍຄວາມນັບຖືບັນດາສະຫາຍ,