ທ່ານ ສີຈິ້ນຜີງ: ຍຶດໝັ້ນສຸມໃສ່ພັດທະນາເສດຖະກິດທີ່ເປັນຮູບປະທຳ

2022-10-16 14:18:34 cri


    ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ຈັດຂຶ້ນຢູ່ປັກກິ່ງໃນຕອນເຊົ້າວັນທີ 16 ຕຸລານີ້. ທ່ານ ສີຈິ້ນຜີງ ໄດ້ຕາງໜ້າຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 19 ຜ່ານບົດລາຍງານຕໍ່ກອງປະຊຸມໂດຍຊີ້ອອກວ່າ: ຈີນຕ້ອງສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມທີ່ມີລະດັບສູງ, ຍຶດໝັ້ນ ແລະ ປັບປຸງລະບອບເສດຖະກິດພື້ນຖານສັງຄົມນິຍົມໃຫ້ສົມບູນຂຶ້ນ, ເດັດດ່ຽວປັບປຸງ ແລະ ພັດທະນາເສດຖະກິດລະບອບກຳມະສິດສ່ວນລວມໃຫ້ໝັ້ນຄົງຢ່າງບໍ່ຫວັ່ນໄຫວຄອນແຄນ, ເດັດດ່ຽວສົ່ງເສີມ ສະໜັບສະໜູນ ແລະ ຊີ້ນຳການພັດທະນາເສດຖະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມຢ່າງບໍ່ຫວັ່ນໄຫວຄອນແຄນ, ເສີມຂະຫຍາຍບົດບາດຕັດສິນຊີ້ຂາດຂອງຕະຫຼາດໃນການຈັດສັນຊັບພະຍາກອນຢ່າງເຕັມທີ່, ເສີມຂະຫຍາຍບົດບາດຂອງລັດຖະບານໃຫ້ດີກວ່າເກົ່າ.

    ທ່ານ ສີຈິ້ນຜີງ ກ່າວເນັ້ນໜັກວ່າ: ພວກເຮົາຕ້ອງສ້າງລະບົບອຸດສາຫະກຳທີ່ທັນສະໄໝ, ຍຶດໝັ້ນຖືການພັດທະນາເສດຖະກິດທີ່ເປັນຮູບປະທຳໃຫ້ເປັນຈຸດສຸມຂອງການພັດທະນາເສດຖະກິດ, ຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ເລັ່ງລັດກໍ່ສ້າງປະເທດເຂັ້ມແຂງດ້ານການຜະລິດ ດ້ານຄຸນນະພາບ ດ້ານການບິນອະວະກາດ ດ້ານຄົມມະນາຄົມ ດ້ານອິນເຕເນັດ ແລະ ປະເທດຈີນດີຈີຕອນ. ຊຸກຍູ້ການສ້າງຄວາມຈະເລີນຂອງຊົນນະບົດຢ່າງຮອດດ້ານ, ຍຶດໝັ້ນພັດທະນາກະສິກຳ ແລະ ຊົນນະບົດຢ່າງມີບຸລິມະສິດ, ປັບປຸງ ແລະ ຂະຫຍາຍຜົນການລຶບລ້າງຄວາມທຸຍາກໃຫ້ໝັ້ນຄົງ, ເລັ່ງລັດກໍ່ສ້າງປະເທດເຂັ້ມແຂງດ້ານກະສິກຳ, ອອກແຮງຊຸກຍູ້ຄວາມຈະເລີນຮຸ່ງເຮືອງໃນດ້ານອຸດສາຫະກຳ ຜູ້ມີຄວາມຮູ້ຄວາມສາມາດ ວັດທະນະທຳ ລະບົບນິເວດ ແລະ ການຈັດຕັ້ງຢູ່ຊົນນະບົດ, ສ້າງພື້ນຖານຄວາມໝັ້ນຄົງດ້ານທັນຍາຫານໃຫ້ມີຄວາມໝັ້ນແກ່ນຢ່າງຮອບດ້ານ, ຮັກສາເສັ້ນເພດານຕ່ຳສຸດທີ່ມີດິນປູກຝັງບໍ່ໜ້ອຍກວ່າ 120 ລ້ານເຮັກຕາຢ່າງໝັ້ນແກ່ນ ເພື່ອຮັບປະກັນໃຫ້ຊາວຈີນກຸ້ມຕົນເອງໃນດ້ານສະບຽງອາຫານຢ່າງໝັ້ນແກ່ນ. ຊຸກຍູ້ເຂດແຄວ້ນຕ່າງໆໃຫ້ພັດທະນາຢ່າງປະສານກົມກຽວກັນ, ລົງເລິກປະຕິບັດຍຸດທະສາດການພັດທະນາເຂດແຄວ້ນຕ່າງໆຢ່າງກົມກຽວກັນ ຍຸດທະສາດສຳຄັນຂອງເຂດແຄວ້ນ ຍຸດທະສາດເຂດປະສິດທິຄຸນຫຼັກ ແລະ ຍຸດທະສາດຫັນເປັນຕົວເມືອງແບບໃໝ່, ປັບປຸງການຈັດສັນກຳລັງການຜະລິດທີ່ສຳຄັນໃຫ້ດີຂຶ້ນ, ສ້າງໂຄງປະກອບເສດຖະກິດເຂດແຄວ້ນ ແລະ ລະບົບພື້ນທີ່ແຫ່ງຊາດທີ່ມີທ່າແຮງຊ່ວຍຊູຍູ້ໜູນກັນ ແລະ ພັດທະນາຢ່າງມີຄຸນນະພາບສູງ.

    ທ່ານ ສີຈິ້ນຜີງ ຍັງຊີ້ອອກວ່າ, ພວກເຮົາຈະຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ເປີດປະຕູສູ່ພາຍນອກໃຫ້ກວ້າງກວ່າເກົ່າໃນຮູບແບບລະບຽບການ ເຊັ່ນ: ກະຕິກາ, ກົດລະບຽບ, ການຄຸ້ມຄອງ ແລະ ມາດຖານເປັນຕົ້ນເທື່ອລະກ້າວຢ່າງໝັ້ນທ່ຽງ, ເລັ່ງລັດສ້າງປະເທດເຂັ້ມແຂງດ້ານການຄ້າ, ຊຸກຍູ້ການ ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນໃຫ້ມີການພັດທະນາຢ່າງມີຄຸນນະພາບສູງ, ປົກປັກຮັກສາສະຖານະການເສດຖະກິດ ແລະ ການພົວພັນດ້ານເສດຖະກິດການຄ້າໃນສາກົນທີ່ມີຫຼາຍເຄົ້າ ແລະ ມີຄວາມໝັ້ນທ່ຽງ.