ທ່ານ ສີຈິ້ນຜິງ ກ່າວວ່າ: ຕ້ອງຊຸກຍູ້ການປອດກາກບອນດີອອກຊິດຢ່າງຕັ້ງໜ້າແລະເໝາະສົມ

2022-10-16 17:24:31 cri

      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 16 ຕຸລານີ້. ທ່ານ ສີຈິ້ນຜິງ ກ່າວໃນເວລາລາຍງານຕໍ່ກອງປະຊຸມໂດຍຕາງໜ້າຄະນະກຳມະການສູນກາງພັກຊຸດທີ 19 ວ່າ: ຕ້ອງຊຸກຍູ້ໃຫ້ການປ່ອຍກາກບອນດີອອກຊິດຮອດລະດັບສູງສຸດແລ້ວຫຼຸດຕ່ຳລົງແລະເຮັດໃຫ້ປະລິມານການປ່ອຍກາກບອນດີອອກຊິດກັບປະລິມານການດູດຊຶມດຸນດ່ຽງກັນຢ່າງຕັ້ງໜ້າແລະເໝາະສົມ,ບົນພື້ນຖານເງື່ອນໄຂທີ່ມີທ່າແຮງດ້ານພະລັງງານແລະຊັບພະຍາກອນຂອງຈີນ,ຍຶດໝັ້ນການປະດິດສ້າງໃໝ່ບົນພື້ນຖານອັນເກົ່າ,ປະຕິບັດການເຄື່ອນໄຫວທີ່ເຮັດໃຫ້ການປ່ອຍກາກບອນດີອອກຊິດເຖິງລະດັບສູງສຸດແລ້ວຫຼຸດຕ່ຳລົງຕາມແຜນການໂດຍແບ່ງເປັນໄລຍະ,ລົງເລິກຊຸກຍູ້ການປະຕິຮູບພະລັງງານ,ເພີ່ມທະວີການນຳໃຊ້ຖ່ານຫີນຢ່າງມີຄວາມສະອາດແລະປະສິດທິຜົນສູງ,ເລັ່ງລັດວາງແຜນແລະສ້າງລະບົບພະລັງງານແບບໃໝ່,ເຂົ້າຮ່ວມການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງໂລກຢ່າງຕັ້ງໜ້າ.