ສາມເຫດການໃຫຍ່ທີ່ມີຄວາມໝາຍສຳຄັນໃນໄລຍະ 10 ປີຜ່ານມາ

2022-10-16 13:34:37 cri


ຕອນເຊົ້າວັນທີ 16 ຕຸລາ 2022, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ.

ໃນໂອກາດຕາງໜ້າຄະນະກຳມະການສູນການພັກສະໄໝທີ 19 ຂຶ້ນຜ່ານບົດລາຍງານຕໍ່ກອງປະຊຸມ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນການພັກຄອມມູນິດຈີນ ຊີ້ໃຫ້ເຫັນວ່າ, ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 18 ຈັດຂຶ້ນຢ່າງສຳເລັດມາຮອດປັດຈຸບັນໄດ້ຜ່ານໄປ 10 ປີແລ້ວ, ໃນໄລຍະ 10 ປີຜ່ານມາ, ພວກເຮົາໄດ້ຜ່ານສາມເຫດການໃຫຍ່ທີ່ມີຄວາມໝາຍຕົວຈິງທີ່ສຳຄັນ ແລະ ມີຄວາມໝາຍທາງປະຫວັດສາດທີ່ເລິກເຊິ່ງ ສຳລັບພາລະກິດຂອງພັກ ແລະ ປະຊາຊົນ ເຊິ່ງສາມເຫດການໃຫຍ່ນັ້ນກໍຄື: ໜຶ່ງ, ພັກຄອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ; ສອງ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ກ້າວເຂົ້າສູ່ຍຸກໃໝ່ ແລະ ສາມ, ໄດ້ສຳເລັດໜ້າທີ່ຄັ້ງປະຫວັດສາດໃນບັ້ນລຶບລ້າງຄວາມທຸກຍາກຂັ້ນສຸດທ້າຍ, ສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ ແລະ ໄດ້ບັນລຸເປົ້າໝາຍສູ້ຊົນຮອບຮ້ອຍປີປະການທີໜຶ່ງ.

ທ່ານສີຈິ້ນຜິງ ກ່າວເນັ້ນໜັກວ່າ: ນີ້ແມ່ນໄຊຊະນະຄັ້ງປະຫວັດສາດທີ່ພັກຄອມມູນິດຈີນ ແລະ ປະຊາຊົນຈີນຍາດມາໄດ້ ໂດຍຜ່ານການສາມັກຄີສູ້ຊົນຮ່ວມກັນ, ແມ່ນໄຊຊະນະຍິ່ງໃຫຍ່ຄັ້ງປະຫວັດສາດດ້ານການພັດທະນາຊົນຊາດຈີນ, ທັງເປັນໄຊຊະນະຄັ້ງປະຫວັດສາດທີ່ມີບົດບາດອັນເລິກເຊິ່ງຍາວໄກຕໍ່ທົ່ວໂລກ.