
ຕອນຮຸ່ງເຊົ້າຂອງວັນທີ 15 ຕຸລານີ້, ຢູ່ສູນຍິງສົ່ງດາວທຽມຊີ່ຊ່າງ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານຊາງເຈິ່ງ 2D ຍິງສົ່ງດາວທຽມສຳຜັດທາງໄກເລກ 36 ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນ, ໜ້າທີ່ຍິງສົ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ.
ການຍິງສົ່ງດາວທຽມໃນຄັ້ງນີ້ເປັນການຍິງສົ່ງຂອງຈະຫຼວດສົ່ງຍານຊາງເຈິ່ງ 2D ຄັ້ງທີ 68, ຍັງເປັນການຍິງສົ່ງຈະຫຼວດສົ່ງຍານລະບົບຊາງເຈິ່ງຄັ້ງທີ 444.