ທ່ານສີຈິ້ນຜິງ: ນັບແຕ່ປັດຈຸບັນນີ້ເປັນຕົ້ນໄປ, ໜ້າທີ່ໃຈກາງຂອງພັກກອມມູນິດຈີນກໍແມ່ນການສ້າງປະເທດຈີນເປັນປະເທດສັງຄົມນິຍົມທີ່ທັນສະໄໝແລະເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານແລະບັນລຸເປົ້າໝາຍສູ້ຊົນ 100 ປີເຫດການທີ 2 !

2022-10-16 15:08:41 CRI

ຕາມຂ່າວCRI: ວັນທີ 16 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20ຂອງພັກກອມມູນິດຈີນ ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນໃນເວລາສະເໜີບົດລາຍງານຕໍ່ກອງປະຊຸມໃຫຍ່ວ່າ: ນັບແຕ່ປັດຈຸບັນນີ້ເປັນຕົ້ນໄປ, ໜ້າທີ່ໃຈກາງຂອງພັກກອມມູນິດຈີນກໍແມ່ນການນຳພາປະຊາຊົນບັນດາເຜົ່າໃນທ່ົວປະເທດສາມັກຄີກັນເພື່ອສ້າງປະເທດຈີນເປັນປະເທດສັງຄົມນິຍົມທີ່ທັນສະໄໝແລະເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ, ແລະບັນລຸເປົ້າໝາຍສູ້ຊົນ 100 ປີເຫດການທີ 2, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ.

 

ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: ການສ້າງປະເທດສັງຄົມນິຍົມທີ່ທັນສະໄໝແລະເຂັ້ມແຂງໃຫ້ສຳເລັດລັດຢ່າງຮອບດ້ານ, ມີສອງບາດກ້າວໃນການວາງແຜນຍຸດທະສາດໂດຍລວມແຕ່ປີ 2020 ຫາປີ 2035 ບັນລຸການຫັນເປັນປະເທດສັງຄົມນິຍົມທີ່ທັນສະໄໝໂດຍພື້ນຖານ ; ແຕ່ປີ 2035 ຫາກາງສັດຕະວັດນີ້,  ສ້າງປະເທດຈີນເປັນປະເທດສັງຄົມນິຍົມທັນສະໄໝທີ່ຮັ່ງມີເຂ້ັມແຂງປະຊາທິປະໄຕສິວິໄລ, ກົມກຽວກັນແລະສວຍງາມ. 5 ປີຕໍ່ໜ້ານີ້ແມ່ນໄລຍະທີ່ສຳຄັນທີ່ສຸດໃນການເລີ່ມຕົ້ນຂອງການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ.