ທ່ານສີຈິ້ນຜິງ ກ່າວວ່າ: ປະເທດຈີນໄດ້ກ້າວເຂົ້າສູ່ຖັນແຖວປະເທດທີ່ມີການປະດິດສ້າງໃໝ່

2022-10-16 13:17:41 cri


ວັນທີ 16 ຕຸລາ 2022, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ໃນໂອກາດຕາງໜ້າຄະນະກຳມະການສູນກາງພັກຄອມມູນິດຈີນຂຶ້ນຜ່ານບົດລາຍງານຕໍ່ກອງປະຊຸມ, ທ່ານສີຈິ້ນຜິງ ກ່າວວ່າ: ຈີນໄດ້ບັນລຸຄວາມຄືບໜ້າທີ່ເປັນການບຸກທະລຸກ່ຽວກັບເຕັກນິກສຳຄັນເປັນແກນກາງຈຳນວນໜຶ່ງ, ຂະແໜງການຍຸດທະສາດໃໝ່ໄດ້ພັດທະນາເຕີບໃຫຍ່ຂຶ້ນ, ການບິນອະວະກາດບັນທຸກຄົນ, ການສຳຫຼວດດວງຈັນ ແລະ ດາວອັງຄານ, ການສຳຫຼວດພື້ນທະເລເລິກ ແລະ ດິນເລິກ, ຊູເປີຄອມພົວເຕີ, ການນຳທາງຜ່ານດາວທຽມ, ຂໍ້ມູນຂ່າວສານກວນຕຸມ, ເຕັກນິກໄຟຟ້ານິວເຄຼຍ, ການຄົ້ນຄວ້າແລະຜະລິດເຮືອບິນຂະໜາດໃຫຍ່, ຢາຊີວະພາບ ແລະຂົງເຂດອື່ນໆ ໄດ້ຮັບໝາກຜົນອັນສຳຄັນ, ຈີນໄດ້ກ້າວເຂົ້າສູ່ຖັນແຖວປະເທດທີ່ມີການປະດິດສ້າງໃໝ່.