ທ່ານ ສີຈິ້ນຜີງ: ຈີນຈະບໍ່ເປັນເຈົ້າອຳນາດທັງບໍ່ຂະຫຍາຍອານາເຂດຈົນກວ່າ​ກາ​ລະ​ນານ

2022-10-16 14:01:40 cri


    ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ໄດ້ໄຂຂຶ້ນຢູ່ຫໍສະພາປະຊາຊົນປັກກິ່ງໃນຕອນເຊົ້າວັນທີ 16 ຕຸລານີ້. ທ່ານ ສີຈິ້ນຜີງ ໄດ້ຕາງໜ້າຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 19 ຜ່ານບົດລາຍງານຕໍ່ກອງປະຊຸມໂດຍກ່າວເນັ້ນໜັກວ່າ: ຈີນຈະປະຕິບັດນະໂຍບາຍການຕ່າງປະເທດທີ່ສັນຕິພາບ ເປັນເອກະລາດ ແລະ ເປັນເຈົ້າຕົນເອງຢ່າງເດັດດ່ຽວ, ຈະຕົກລົງຫຼັກໝັ້ນ ແລະ ນະໂຍບາຍຂອງຕົນໂດຍອີງຕາມຄວາມຖືກຕ້ອງ ແລະ ຄວາມຜິດພາດຂອງເລື່ອງນັ້ນເອງຢ່າງສະເໝີຕົ້ນສະເໝີປາຍ, ປົກປັກຮັກສາກົດລະບຽບພື້ນຖານຂອງການພົວພັນສາກົນ,ປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳໃນສາກົນ, ເດັດດ່ຽວຄັດຄ້ານລັດທິເຈົ້າອຳນາດ ແລະການເມືອງມະຫາອຳນາດໃນຮູບແບບໃດໆ, ຄັດຄ້ານແນວຄຶດສົງຄາມເຢັນ, ຄັດຄ້ານການແຊກແຊງວຽກງານພາຍໃນຂອງປະເທດອື່ນ, ຄັດຄ້ານການໃຊ້ມາດຕະຖານສອງຢ່າງ. ຈີນຈະບໍ່ເປັນເຈົ້າອຳນາດຈົນກວ່າກາລະນານ ທັງບໍ່ຂະຫຍາຍອານາເຂດຈົນກວ່າກາລະນານ.