​ແນວ​ຄວາມ​ຄິດ​ໃໝ່​ໃນ​ສຳ​ນວນ​ບູ​ຮານ​ແບບ​ອະ​ມະ​ຕະຂອງ​ຈີນ1: ຄວາມ​ໝັ້ງ​ຄົງ​ຂອງ​ໂລກ

2022-10-16 19:53:00 cri


ສະບາຍດີບັນດີທ່ານ, ຂ້າພະເຈົ້າຊື່ວ່າ ຕຽນໆ. ທ່ານຮູ້ບໍ່ວ່າ, ໂຕໜັງສືຈີນມີກົກເຄົ້າມາແຕ່ໂຕໜັງສືແປຮູບທີ່ຫ່າງຈາກປັດຈຸບັນນີ້ຕັ້ງຫຼາຍພັນປີ. ຕົວຢ່າງເຊັ່ນ: ໂຄງປະກອບຂອງຄໍາວ່າ ອ໋ານ (ແປວ່າສະຫງົບ, ປອດໄພ) ກໍຄ້າຍຄື ຜູ້ຍິງຄົນໜຶ່ງນັ່ງງຽບໆຢູ່ເຮືອນ, ໝາຍຄວາມວ່າ, ຖ້າມີເຮືອນຢູ່ທີ່ໝັ້ນຄົງ, ຄົນໆນັ້ນກໍຈະມີຄວາມຮູ້ສຶກທີ່ປອດໄພ.

ຄວາມໝັ້ນຄົງເປັນພື້ນຖານຂອງສັນຕິພາບ. ແຕ່ບູຮານນະການມາ, ປະຊາຊົນຈີນກໍໄດ້ຍຶດຖືທັດສະນະສັນຕິພາບທີ່ ຫັນການປະທະກັນເປັນການຢູ່ ຮ່ວມກັນໂດຍສັນຕິ.

ກ່ອນໜ້ານີ້ປະມານ 600 ປີກໍຄືສະໄໝລາຊະວົງ ໝິງ ຂອງຈີນ, ຮ່ອງເຕ້ໃນຕອນນັ້ນໄດ້ແຕ່ງຕັ້ງ ທ.ເຈິ້ງເຫີ ນໍາພາຄະນະກໍາປັ່ນລົງຢ້ຽມຢາມອາຊີ ຕາເວັນອອກສຽງໃຕ້ 7 ຄັ້ງ ເຊິ່ງແຕ່ລະຄັ້ງກໍລ້ວນແຕ່ສາມາດກັບມາໂດຍສັນຕິ. ໃນນັ້ນ, ການຢ້ຽມຢາມຄັ້ງທີ 7 ໄດ້ເດີນທາງໄປຮອດມະລັກກາ ເຊິ່ງຕອນນັ້ນ ລາຊະອານາຈັກມະລັກກາ ກໍາລັງມີສົງຄາມກັບ ລາຊະອານາຈັກສະຫຍາມ ທີ່ເປັນປະເທດບ້ານໃກ້ເຮືອນຄຽງກັນ. ທ.ເຈິ້ງເຫີ ກໍໄດ້ເປັນກາງ ແລະໄກ່ເກ່ຍ ເພື່ອຢຸດສົງຄາມຂອງສອງຝ່າຍ, ໃນທີ່ສຸດ, ປະຊາຊົນສອງປະເທດດັ່ງກ່າວສາ ມາດເວັ້ນຈາກຜົນກະທົບຂອງສົງຄາມໄດ້.

ຄວາມຈິງແລ້ວ, ການປະພຶດຂອງ ທ.ເຈິ້ງເຫີ ມີກົກເຄົ້າມາແຕ່ແນວຄິດຂອງ ຂົງຈື້ ທີ່ເປັນນັກແນວຄິດ, ນັກການເມືອງທີ່ມີຊື່ສຽງຂອງຈີນ ກໍຄືຜູ້ລິເລີ່ມສ້າງ ລັດທິຂົງຈື້ ເຊິ່ງ ຂົງຈື້ ເຄີຍກ່າວວ່າ: “ຢູ່ຮ່ວມກັນໂດຍສັນຕິມີຄ່າທີ່ສຸດ” “ສິ່ງທີ່ຕົນ ເອງບໍ່ຢາກໄດ້ບໍ່ຢາກມີກໍຢ່າປະຕິບັດຕໍ່ຄົນອື່ນ”. ແລະແນວຄິດເຫຼົ່ານີ້ມີມາແຕ່ 2500 ກວ່າປີກ່ອນ, ໄດ້ເສີມສ້າງເສົາຄໍ້າຂອງວັດທະນະທໍາຂອງຄົນຈີນ, ໄດ້ສືບທອດກັນມາລຸ້ນຕໍ່ລຸ້ນເຊັ່ນຕໍ່ເຊັ່ນຈົນຮອດປັດຈຸບັນ, ແລະໄດ້ກາຍເປັນຄ່ານິ ຍົມໃນກິລິຍາມາລາຍາດຂອງຄົນຈີນ, ພ້ອມດຽວກັນນີ້ກໍໄດ້ກາຍເປັນທັດສະນະ ດ້ານຄວາມໝັ້ນຄົງ ແລະສັນຕິພາບຂອງຄົນຈີນ ໃນການແກ້ໄຂສາຍພົວພັນລະ ຫວ່າງປະເທດກັບປະເທດ.

ຕົວຢ່າງເຊັ່ນ: ຕໍ່ກັບບັນຫາການປະທະກັນລະຫວ່າງຣັດເຊຍ ແລະອູແກຣນ ໃນປັດຈຸບັນນີ້, ຈີນຍາມໃດກໍຖືຫຼັກໝັ້ນສົ່ງເສີມສັນຕິພາບ  ແລະການເຈລະຈາກັນ. ຣັດເຊຍ ແລະ ອູແກຣນ ລ້ວນແຕ່ເປັນເພື່ອນມິດຂອງຈີນ, ຕໍ່ການປະທະກັນລະ ຫວ່າງສອງຝ່າຍ, ຈີນຈະບໍ່ນັ່ງນິ້ງດູດາຍ, ແລະຍິ່ງໄປກວ່ານັ້ນ ຈະບໍ່ເທນໍ້າມັນໃສ່ ກອງໄຟ.

ເພາະຄົນຈີນຮູ້ດີວ່າ: ການສົ່ງອາວຸດຍຸດໂທປະກອນໃຫ້ຝ່າຍໜຶ່ງຈະບໍ່ສາມາດແລກເອົາສັນຕິພາບແທ້ໆໄດ້, ພ້ອມດຽວກັນນີ້, ການລົງໂທດຂວໍ້າບາດ ແລະກົດດັນອີກຝ່າຍໜຶ່ງກໍບໍ່ສາ ມາດແກ້ໄຂຄວາມຂັດແຍ້ງກັນໄດ້ເຊັ່ນກັນ.ມີພຽງແຕ່ຟື້ນຟູການເຈລາຈາໂດຍສັນຕິໂດຍໄວເທົ່າທີ່ຈະໄວໄດ້ເພື່ອຢຸດສົງຄາມເທົ່ານັ້ນ, ຈຶ່ງສາມາດເວັ້ນຈາກສະຖາ ນະການຜັນແປໄປສູ່ສະພາບຮ້າຍແຮງຕື່ມອີກໄດ້.

ຄຽງຄູ່ກັບທິດສະດີຂອງ ຂົງຈື້, ໃນກ່ອນໜ້ານີ້ 2500 ປີ,ປື້ມກົນລະຍຸດຊຸນຈື້ ໄດ້ສະເໜີອອກວ່າ: ໃນສົງຄາມບໍ່ມີຝ່າຍຊະນະ. ເພາະບໍ່ວ່າໃຜແພ້ໃຜເສຍກໍຕາມ, ປະຊາຊົນກໍຍ່ອມເປັນຜູ້ທີ່ໄດ້ຮັບເຄາະ ແລະຜົນກະທົບສະເໝີ. ເພາະສະນັ້ນ, ຈິດໃຈຕໍ່ຕ້ານສົງຄາມ ແລະຖະໜຸຖະໜອມສັນຕິພາບ, ຈຶ່ງໄດ້ເຊື່ອມຊຶມເຂົ້າໃນ ສາຍເລືອດຂອງຊົນຊາດຈີນຕັ້ງແຕ່ໃດມາ.

ວັນທີ 16 ຕຸລານີ້, ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງ ພັກກອມມຸນິດຈີນເຊິ່ງເປັນພັກກໍາອໍານາດຂອງຈີນ, ທ່ານ ສີຈິ້ນຜິງ ເລຂາທິການ ໃຫຍ່ສູນກາງພັກກອມມຸນິດຈີນ ໄດ້ຢໍ້າເຖິງຫຼັກການຂອງຈີນໃນການປົກກັກຮັກສາ ສັນຕິພາບໂລກ ແລະສົ່ງເສີມການພັດທະນາຮ່ວມກັນ ກໍຄືທັດສະນະດ້ານຄວາມ ໝັ້ນຄົງ ແລະສັນຕິພາບເພື່ອຊຸກຍູ້ການສ້າງຄູ່ຮ່ວມຊະຕາກໍາຂອງມວນມະນຸດວ່າ:

ຈີນຍຶດໝັ້ນຈຸດປະສົງຂອງນະໂຍບາຍການຕ່າງປະເທດທີ່ປົກປັກຮັກສາສັນຕິພາບຂອງໂລກ ແລະຊຸກຍູ້ການພັດທະນາຮ່ວມກັນຢ່າງສະເໝີຕົ້ນສະເໝີປາຍ.

ຈີນຈະປະຕິບັດນະໂຍບາຍການຕ່າງປະເທດທີ່ສັນຕິພາບ ເປັນເອກະລາດ ແລະ ເປັນເຈົ້າຕົນເອງຢ່າງເດັດດ່ຽວ

ຈີນຈະບໍ່ເປັນເຈົ້າອຳນາດທັງບໍ່ແຜ່ຂະຫຍາຍອານາເຂດຈົນເທົ່າໃດໆ

ທ່ານຜູ້ຊົມ,ສິ່ງທີ່ເລົ່າມານີ້ໄດ້ສ່ອງແສງໃຫ້ເຫັນເຖິງແນວຄິດສີຈິນຜິງໃນດ້ານການທູດ, ແລະກໍເປັນເນື້ອໃນແກ່ນສານໃນຂໍ້ລິເລີ່ມຄວາມໝັ້ນຄົງຂອງ ທົ່ວໂລກທີ່ເພິ່ນເປັນຜູ້ສະເໜີ.