ທິມຍິງປືນຈີນໄດ້ຊີງແຊມປຽນແລະຄວ້າແຊມໃນການແຂ່ງຂັນຍິງປືນລົມຂະໜາດ 10 ແມັດຂອງໂລກທັງຍິງແລະຊາຍ

2022-10-17 16:50:16 CRI

 

ຕາມຂ່າວCRI: ເວັບໄຊທາງການຂອງສະຫະພັນກິລາຍິງປືນສາກົນແຈ້ງວ່າ, ໃນການແຂ່ງຂັນຍິງປືນຂອງໂລກທີ່ໄດ້ຈັດຂຶ້ນໃນວັນທີ 15 ຕຸລານີ້ຢູ່ນະຄອນຫຼວງເລີແກຂອງເອຢິບ, ທ້າວລີວຈີນຢາວໄດ້ຄວ້າແຊມໃນການແຂ່ງຂັນຍິງປືນລົມຂະໜາດ 10 ແມັດຊາຍ, ທ້າວຈ່າງຢີຟານໄດ້ເປັນຮອງຊະນະເລີດໃນການແຂ່ງຂັນດັ່ງກ່າວ, ນາງລູໄຄມ້ານໄດ້ຄວ້າແຊມໃນການແຂ່ງຂັນຍິງປືນລົມ 10 ແມັດຍິງ, ສົ່ງຜົນໃຫ້ທິມຈີນໄດ້ຮັບ 2 ໂກຕ້າໃນການເຂົ້າຮ່ວມງານກິລາໂອລິມປິກປາລີ.