ເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ສຳເລັດການຕັ້ງຕໍມໍວາງຄານຕະຫຼອດສາຍ ແລະສາມາດປູລາງຢ່າງຮອບດ້ານໄດ້ແລ້ວ

2022-10-17 12:16:24 CRI


     ວັນທີ 16 ຕຸລານີ້, ຄຽງຄູ່ກັບຄານທີ່ໜັກເຖິງ 900 ໂຕນໂຕສຸດທ້າຍໄດ້ຖືກວາງຢູ່ລະຫວ່າງຕໍມໍເລກ 8 ແລະເລກ 9 ຂອງຂົວເລກ 24 ເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຢ່າງໜັກແໜ້ນ, ໜ້າທີ່ການຕັ້ງຕໍມໍ ແລະວາງຄານຂອງເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຂອງອິນໂດເນເຊຍໄດ້ສຳເລັດຕະຫຼອດສາຍຢ່າງສະດວກ, ແລະສາມາດປູລາງຢ່າງຮອບດ້ານໄດ້ແລ້ວ ເຊິ່ງໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການເປີດນຳໃຊ້ເສັ້ນທາງລົດໄຟດັ່ງກ່າວໃນເດືອນມິຖຸນາປີ 2023.


     ເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ເຊື່ອມຕໍ່ນະຄອນຫຼວງຈາກາຕາກັນບັນດຸງ ນະຄອນໃຫຍ່ອັນດັບ 4 ຂອງອິນໂດເນເຊຍ, ແມ່ນໂຄງການທີ່ເປັນສັນຍະລັກໃຫ້ແກ່ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແລະການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງຈີນ-ອິນໂດເນເຊຍ, ຍັງແມ່ນເສັ້ນທາງລົດໄຟຄວາມໄວສູງຂອງຈີນທີ່ຖືກກໍ່ສ້າງຢູ່ຕ່າງປະເທດແບບທົ່ວລະບົບ ມີປັດໄຈຄົບວົງຈອນ ແລະທົ່ວຕ່ອງໂສ້ການຜະລິດເປັນຄັ້ງທຳອິດ.