ໄຂກອງປະຊຸມສຸດຍອດອົງການອະນາໄມໂລກປີ 2022 ຢູ່ນະຄອນຫຼວງແບັກແລັງປະເທດເຢຍລະມັນ

2022-10-17 15:41:10 cri

      ວັນທີ 16 ຕຸລານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມສຸດຍອດອົງການອະນາໄມໂລກປີ 2022 ທີ່ຈະດຳເນີນເປັນເວລາ 3 ວັນໄດ້ໄຂຂຶ້ນຢູ່ນະຄອນຫຼວງແບັກແລັງປະເທດເຢຍລະມັນ. ທ່ານ ແອນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ທ່ານ ເຕໂດຣສ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ແລະ ທ່ານນາງ ແຄເຊີຣິນ ຣັດເຊວ ຫົວໜ້າປະຕິບັດງານຂອງກອງທຶນເດັກນ້ອຍອົງການສະຫະປະຊາຊາດ ແລະ ທ່ານ ໂອລັຟ ສໂກສ ນາຍົກລັດຖະມົນຕີເຢຍລະມັນໄດ້ເຂົ້າຮ່ວມພິທີໄຂຜ່ານທາງວິດີໂອ.

      ຂ່າວແຈ້ງວ່າ: ກອງປະຊຸມຄັ້ງນີ້ຕົ້ນຕໍຈະປຶກສາຫາລືກ່ຽວກັບບັນຫາຕ່າງໆເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດກັບສຸຂະພາບ, ນະໂຍບາຍປ້ອງກັນພະຍາດໂຄວິດ-19, ການສ້າງລະບົບສາທາລະນະສຸກໂລກແບບຍືນຍົງແລະບັນຫາອື່ນໆ. ລັດຖະມົນຕີແລະເຈົ້າໜ້າທີ່ລັດຖະບານທ່ານອື່ນໆຈາກ 20 ກວ່າປະເທດໄດ້ເຂົ້າຮ່ວມກອງປະຊຸມ, ຜູ້ຕາງໜ້າຈາກວົງການວິທະຍາສາດ,ວົງການການຄ້າແລະອົງການຈັດຕັ້ງພົນລະເມືອງປະມານ 6 ພັນທ່ານໄດ້ເຂົ້າຮ່ວມກອງປະຊຸມຜ່ານທາງອອນລາຍແລະອັອບລາຍ.