ຜົນການຢັ່ງຫາສຽງສະແດງໃຫ້ເຫັນວ່າ: ປັດຈຸບັນນີ້ຜູ້ມີສິດເລືອກຕັ້ງມີພຽງແຕ່ 1 ສ່ວນ 3 ຍິນດີປ່ອນບັດສະໜັບສະໜູນໃຫ້ທ່ານໂຈ ໄບເດນດຳລົງຕຳແໜ່ງເປັນປະທານາທິບໍດີສະໄໝທີສອງ

2022-10-17 16:49:17 CRI

 

ຕາມຂ່າວCRI: ຮອດຂະນະຈັດການເລືອກຕັ້ງປະທານາທິບໍດີຂອງອາເມຣິກາຍັງມີເວລາ 2 ປີປາຍ, ການຢັ່ງຫາສຽງຫຼ້າສຸດຈາກສຳນັກຂ່າວສານ Fox News ສະແດງໃຫ້ເຫັນວ່າ: ຖ້າວ່າຜູ້ມີສິດເລືອກຕັ້ງໄປປ່ອນບັດໃນປັດຈຸບັນນີ້, ຜູ້ມີສິດເລືອກຕັ້ງມີພຽງແຕ່ 33% ທີ່ໄດ້ໃຫ້ສຳພາດຍິນດີປ່ອນບັດໃຫ້ທ່ານໂຈ ໄບເດັນ, ມີຜູ້ມີສິດເລືອກຕັ້ງ 54% ກຽມປ່ອນບັດແກ່ຄົນອື່ນ.

 

ນອກນີ້, ຜົນການຢັ່ງຫາສຽງຍັງໄດ້ສະແດງໃຫ້ເຫັນວ່າ: ມີຜູ້ໃຫ້ສຳພາດ 44% ກ່າວວ່າ: ທ່ານໂຈ ໄບເດັນ ບໍ່ຊື່ສັດແລະ ບໍ່ໜ້າເຊື່ອຖື, ມີຄົນເກືອບເຄິ່ງໜຶ່ງກ່າວວ່າ ທ່ານໂຈ ໄບເດັນບໍ່ ເອົາໃຈໃສ່ນຳເຂົາເຈົ້າ,ແລະ    ຂາດຈິດໃຈສົມບູນໃນການດຳລົງຕຳແໜ່ງປະທານາທິບໍດີຢ່າງມີປະສິດທິຜົນ.