ປະຊາຄົມໂລກຕີລາຄາສູງຕໍ່ບົດລາຍງານທີ່ທ່ານສີຈິ້ນຜິງຜ່ານໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ

2022-10-17 14:49:41 cri

ຕອນເຊົ້າວັນທີ 16 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຈີນ ໄດ້ຕາງໜ້າຄະນະກຳມະການສູນກາງພັກຄອມມູນິດຈີນຊຸດທີ 19 ຜ່ານບົດລາຍງານທີ່ມີຫົວຂໍ້ວ່າ “ຊູຄັນທຸງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນທີ່ຍິ່ງໃຫຍ່ ສາມັກຄີກັນບາກບັ່ນສູ້ຊົນເພື່ອສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ” ໃນກອງປະຊຸມ.


ບົດລາຍງານດັ່ງກ່າວໄດ້ຮັບຄວາມສົນໃຈໃນລະດັບສູງຈາກປະຊາຄົມໂລກ. ບຸກຄົນຕ່າງປະເທດຈຳນວນຫຼວງຫຼາຍໄດ້ຊີ້ໃຫ້ເຫັນວ່າ, ບົດລາຍງານດັ່ງກ່າວໄດ້ສະຫຼຸບຜົນສຳເລັດທີ່ສຳຄັນ ແລະບົດຮຽນອັນລ້ຳຄ່າ ໃນການປະຕິຮູບ ແລະການພັດທະນາຂອງຈີນຢ່າງຮອບດ້ານ, ໄດ້ວາງແຜນຕໍ່ວຽກງານພັກ ແລະລັດຈາກສະພາບການໃຫຍ່ດ້ານຍຸດທະສາດ. ເຊື່ອໝັ້ນວ່າ, ພັກຄອມມູນິດຈີນຈະສ້າງພາລະກິດທີ່ຍິ່ງໃຫຍ່ອັນໃໝ່ ດ້ວຍການບາກບັ່ນສູ້ຊົນທີ່ຍິ່ງໃຫຍ່ອັນໃໝ່, ນຳພາປະຊາຊົນຈີນສາມັກຄີເຂົ້າກັນ ເພື່ອຂຽນບົດໃໝ່ ໃນຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ແລະເພີ່ມພະລັງແຮງໃໝ່ເຂົ້າໃນການສ້າງອະນາຄົດມວນມະນຸດທີ່ດີງາມກວ່າເກົ່າ ໂດຍຮ່ວມກັບປະຊາຊົນປະເທດຕ່າງໆໃນໂລກ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ