ທ່ານຈ່າງລຽນກ່າງ: ວາງແຜນໃນການກໍ່ສ້າງທ່າກຳປັ່ນອັດສະລິຍະ

2022-10-17 14:23:10 cri

ຫວ່າງບໍ່ດົນມານີ້, ລະບົບຄຸ້ມຄອງ-ຄວບຄຸມອັດສະລິຍະໃໝ່ທີ່ທ່ານຈ່າງລຽນກ່າງພ້ອມດ້ວຍຄະນະຄົ້ນຄວ້າພັດທະນາດ້ວຍຕົນເອງ ໄດ້ເຮັດໃຫ້ຊັບພະຍາກອນການຜະລິດ, ແຜນການຈັດສັນ ແລະ ການຄວບຄຸມການເຄື່ອນໄຫວ ຂອງທ່າເຮືອອັດຕະໂນມັດຊິງຕາວ ແຂວງຊ່ານຕຸ້ງສາມາດເຊື່ອມຈອດກັນຢ່າງບໍ່ມີຂໍ້ຄົງຄ້າງ ແລະ ໄດ້ທຳລາຍສະຖິຕິໂລກດ້ານປະສິດທິພາບຂອງການປ່ຽນຖ່າຍຕູ້ຄອນເທັນເນີເປັນຄັ້ງທີ 9 ເຊິ່ງສະຖະຕິນີ້ກໍແມ່ນທ່າເຮືອດັ່ງກ່າວຮັກສາມາໂດຍຕະຫຼອດ.

ປີ 2013, ທ່ານຈ່າງລຽນກ່າງ ຖືກແຕ່ງຕັ້ງເປັນຫົວໜ້າໜ່ວຍງານໂຄງການກະກຽມສ້າງທ່າອັດຕະໂນມັດຂອງທ່າກຳປັ່ນຊິງຕາວ, ຕອນນັ້ນເຕັກໂນໂລລີຫຼັກດ້ານການຫັນເປັນອັດຕະໂນມັດຂອງທ່າເຮືອຖືກປະເທດອື່ນຜູກຂາດມາໂດຍຕະຫຼອດ.

ທ່ານຈ່າງລຽນກ່າງ ກ່າວວ່າ: ພວກເຮົາໄປສຶກສາຮ່ຳຮຽນຢູ່ຕ່າງປະເທດ, ພວກເຮົາສໍາຜັດໄດ້ຢ່າງແທ້ຈິງວ່າ ໝາກຫົວໃຈຂອງເຕັກໂນໂລຊີບໍ່ສາມາດຂໍເອົາໄດ້, ບໍ່ສາມາດຊື້ມາໄດ້.

ຫຼັງຈາກນັ້ນ, ທ່ານຈ່າງລຽນກ່າງ ເລີ່ມນຳພາທີມງານຂອງຕົນຄົ້ນຄວ້າພັດທະນາດ້ວຍຕົນເອງ, ໄດ້ຈັດການວິເຄາະສະເພາະດ້ານຫຼາຍກວ່າ 3 ພັນເທື່ອ, ແລະໄດ້ຂຽນບົດລາຍງານການວິເຄາະທີ່ມີໂຕໜັງສືຫຼາຍແສນໂຕ. ເຖິງວ່າ ໄດ້ຜ່າຕັດມະເຮັງປອດມາແລ້ວ ທ່ານກໍຍັງທົນຄວາມເຈັບປ່ວຍ ແລະ ຍຶດໝັ້ນເຂົ້າຮ່ວມການບຸກທະລຸເຕັກໂນໂລຊີສຳຄັນທີ່ເປັນຂໍກະແຈ.

ທ່ານກ່າວວ່າ: ຍ້ອນວ່າຕົນເອງແມ່ນສະມາຊິກພັກ, ແມ່ນຜູ້ທີ່ອົບຮົມບົ່ມສອນນຈາກປະເທດຊາດ, ໃນເວລາປະເທດຊາດຕ້ອງການແລ້ວ ກໍຕ້ອງຕອບສະໜອງຢ່າງຮີບດ່ວນ.

ເດືອນພຶດສະພາປີ 2017, ທ່ານຈ່າງລຽນກ່າງພ້ອມດ້ວຍຄະນະ ໄດ້ສ້າງທ່າປ່ຽນຖ່າຍຕູ້ຄອນເທັນເນີຊັ້ນນໍາຂອງໂລກ ແລະເປັນທ່າປ່ຽນຖ່າຍຕູ້ຄອນເທັນເນີອັດຕະໂນມັດເຕັມຮູບແບບແຫ່ງທໍາອິດຂອງອາຊີ ໂດຍໃຊ້ເວລາພຽງແຕ່ຫນຶ່ງສ່ວນສາມຂອງໄລຍະເວລາການກໍ່ສ້າງຂອງຕ່າງປະເທດ; ຫຼັງຈາກນັ້ນ, ໂດຍຜ່ານການປັບປຸງໄລຍະສອງ, ທ່າປ່ຽນຖ່າຍຕູ້ຄອນເທັນເນີດັ່ງກ່າວໄດ້ສ້າງເປັນທ່າອັດຕະໂນມັດສີຂຽວແຫ່ງທຳອິດທີ່ໃຊ້ “ພະລັງງານໄຮໂດຣເຈນ ໂດຍປະສົມປະສານກັບລະບົບ 5G” ຂອງໂລກ; ປັດຈຸບັນ, ໂຄງການປັບປຸງໄລຍະສາມທີ່ພວມດຳເນີນຢູ່ຈະສ້າງທ່າແຫ່ງນີ້ ໃຫ້ກາຍເປັນຈຸດສູງສຸດດ້ານການກໍ່ສ້າງທ່າອັດສະລິຍະຂອງໂລກຕື່ມອີກ.

ທ່ານຈ່າງລຽນກ່າງ ກ່າວວ່າ: ບົນພື້ນຖານທີ່ມີຢູ່, ພວກເຮົາຈະຄົ້ນຄວ້າ ແລະ ກ້າວໄປສູ່ລະດັບ ແລະຮູບແບບ ທີ່ສູງກວ່າເກົ່າຢ່າງບໍ່ຢຸດຢັ້ງ. ໃນການກໍ່ສ້າງທ່າກຳປັ່ນອັດສະລິຍະແບບສີຂຽວລະດັບໜຶ່ງຂອງໂລກ, ພວກເຮົາຈະສະແດງໃຫ້ເຫັນການປະດິດສ້າງໃໝ່ ແລະ ຈະມີການປະກອບສ່ວນໃໝ່.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ