ທ່ານ ຫຼິວຊິ້ວສຽງ: “ຜູ້ນຳທາງ” ຂອງນັກຮຽນໃນເຂດພູດອຍທີ່ຫ່າງໄກສອກຫຼີກ

2022-10-17 14:26:05 cri

ຢູ່ໂຮງຮຽນມັດທະຍົມປາຍສາທິດຂອງເມືອງວ້າງໂມ້ ແຂວງກຸ້ຍໂຈ່ວ, ທ່ານຫຼິວຊິ້ວສຽງ ຮອງຜູ້ອຳນວຍການໂຮງຮຽນ ພວມກ່າວຄໍາປາໄສຜ່ານທາງວິດີໂອແກ່ຄູອາຈານ ແລະນັກຮຽນຢູ່ນະຄອນຈຸ່ນຢີ້. ໃຊ້ປະສົບການຕົວຈິງຂອງຕົນ ເພື່ອເປັນກໍາລັງໃຈໃຫ້ນັກຮຽນທັງຫຼາຍ, ທ່ານຫຼິວຊິ້ວສຽງ ໄດ້ຍຶດໝັ້ນໃນການກະທໍາແບບນີ້ມາເປັນເວລາ 10 ປີແລ້ວ.

ທ່ານຫຼິວຊິ້ວສຽງ ກ່າວວ່າ: ການກະທຳຂອງຕົນຈະເປັນແຮງດຶງດູດ ຫຼືແຮງຈູງໃຈອີກແບບໜຶ່ງໃຫ້ແກ່ນັກຮຽນ, ເຮັດໃຫ້ເຂົາເຈົ້າມີຄວາມປາຖະໜາອັນດີງາມຕໍ່ກັບອະນາຄົດ, ແລະໃຫ້ເຂົ້າເຈົ້າຮູ້ວ່າ ການສຶກສາຮໍ່າຮຽນຈະປ່ຽນແປງຊາຕາກຳຂອງເຂົາເຈົ້າໄດ້.

ທ່ານຫຼິວຊິ້ວສຽງ ເກີດຢູ່ບ້ານສອກຫຼີກແຫ່ງໜຶ່ງຂອງເມືອງວ້າງໂມ້ ແລະເຕີບໃຫຍ່ຢູ່ໃນຄອບຄົວທີ່ທຸກຍາກ. ແຕ່ວ່າຕໍ່ກັບຄວາມທຸກຍາກ, ທ່ານຫຼິວຊິ້ວສຽງ ບໍ່ໄດ້ກົ້ມຫົວໃຫ້ກັບໂຊກຊາຕາຂອງຕົນ, ໃນໄລຍະເຂົ້າຮຽນມະຫາວິທະຍາໄລ, ທ່ານໄດ້ພາແມ່ຂອງຕົນໄປນຳຍ້ອນແມ່ເຈັບປ່ວຍ. ພາຍຫຼັງຮຽນຈົບຈາກມະຫາວິທະຍາໄລແລ້ວ, ທ່ານຫຼິວຊິ້ວສຽງ ໄດ້ກັບບ້ານເກີດ ແລະ ກາຍເປັນຄູສອນຢູ່ໂຮງຮຽນຊົນນະບົດແຫ່ງໜຶ່ງ. ດ້ານໜຶ່ງ, ທ່ານໄດ້ຊຸກຍູ້ນັກຮຽນທັງຫຼາຍດ້ວຍປະສົບການຕົວຈິງຂອງຕົນ, ເຮັດໃຫ້ນັກຮຽນທັງຫຼາຍມີຄວາມໝັ້ນໃຈຕົນເອງ ແລະ ປ່ຽນແປງໂຊກຊາຕາຂອງຕົນດ້ວຍຄວາມຮູ້; ອີກດ້ານໜຶ່ງ, ທ່ານໄດ້ຈັດຕັ້ງ ແລະ ດໍາເນີນ “ກິດຈະກໍາຊ່ວຍເຫຼືອນັກຮຽນຊົນນະບົດ” ເພື່ອໃຫ້ນັກຮຽນຜູ້ທຸກຍາກໄດ້ຮຽນຈົບ.

ທ່ານນາງ ຫວາງໄຕ້ເໝີຍ, ພະນັກງານປະຈຳບ້ານຂອງຕາແສງຕ້າກ່ວນ ເມືອງ ວ້າງໂມ້ ແຂວງກຸ້ຍໂຈ່ວ ກ່າວວ່າ: ເມື່ອຂ້ອຍຮຽນໂຮງຮຽນມັດທະຍົມປາຍ, ຄອບຄົວຂອງຂ້ອຍທຸກຍາກຫຼາຍ, ມີຫຼາຍເທື່ອຢາກປະລະການຮຽນ. ຕອນນັ້ນ ຂ້ອຍໄດ້ຍິນຄູຫຼິວຊິ້ວສຽງເວົ້າວ່າ ຄວນເຊື່ອໝັ້ນກຳລັງຂອງການສູ້ຊົນ, ພ້ອມກັນນັ້ນກໍຕ້ອງມີຄວາມຮູ້ບຸນຄຸນໃນຫົວໃຈ, ຄຳເວົ້ານີ້ຂອງທ່ານໄດ້ຕິດຢູ່ໃນຫົວໃຈຂອງຂ້າພະເຈົ້າມາຫຼາຍປີ, ສະນັ້ນ ພາຍຫຼັງຮຽນຈົບຈາກມະຫາວິທະຍາໄລແລ້ວ, ຂ້າພະເຈົ້າກໍໄດ້ກັບມາເຮັດວຽກງານຢູ່ບ້ານເກີດ.

ໃນຂະນະທີ່ຊ່ວຍເຫຼືອນັກຮຽນຜູ້ທຸກຍາກຢ່າງບໍ່ຢຸດຢັ້ງ, ທ່ານ ຫຼິວຊິ້ວສຽງ ຍັງໄດ້ສ້າງຕັ້ງຫ້ອງສອນດ້ານຄຸນນະທຳສຳລັບຄູໂຮງຮຽນປະຖົມ ແລະ ມັດທະຍົມ ເພື່ອເຝິກອົບຮົມຄູສອນແນວຄິດ-ການເມືອງ ແລະ ຄຸນສົມບັດໃຫ້ແກ່ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຂອງທ້ອງຖິ່ນ, ຍົກສູງຄວາມສາມາດຂອງຄູສອນຢ່າງຮອບດ້ານ.

ທ່ານ ຫຼິວຊິ້ວສຽງ ກ່າວວ່າ: ຂ້າພະເຈົ້າຄິດວ່າ ໃນຖານະເປັນສະມາຊິກພັກຄອມມູນິດຈີນຜູ້ໜຶ່ງ, ບໍ່ວ່າຕົນຈະຢູ່ບ່ອນໃດ ກໍຄວນບຸກບືນຢູ່ແຖວໜ້າ ແລະ ເຮັດແທ້ທຳຈິງ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ