ການສະແຫວງຫາຜົນປະໂຫຍດເພື່ອປະຊາຊົນ ແມ່ນຄວາມພະຍາຍາມຢ່າງບໍ່ລົດລະຂອງພັກຄອມມູນິດຈີນ

2022-10-17 15:36:22 CRI

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 16 ຕຸລານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ຕາງໜ້າຄະນະກຳມະການສູນກາງພັກສະໄໝທີ 19 ຂຶ້ນຜ່ານບົດລາຍງານຕໍ່ກອງປະຊຸມ, ໃນນັ້ນ, ຄຳສັບ “ປະຊາຊົນ” ແມ່ນຄຳສັບທີ່ຖືກຍົກຂຶ້ນເລື້ອຍໆໃນບົດລາຍງານ.

ເມື່ອຫວນຄືນເສັ້ນທາງພັດທະນາຂອງພັກຄອມມູນິດຈີນທີ່ມີປະຫວັດສາດມາເປັນເວລາຮ້ອຍປີ, ພວກເຮົາຈະເຫັນໄດ້ວ່າ: ພັກຄອມມູນິດຈີນຈະບໍ່ມີຜົນປະໂຫຍດພິເສດຂອງຕົນຈັກເທື່ອ, ເວລາໃດ, ພັກຄອມມູນິດຈີນກໍໄດ້ຖືເອົາຜົນປະໂຫຍດຂອງປະຊາຊົນໄວ້ຢູ່ອັນດັບໜຶ່ງ, ນີ້ແມ່ນສັນຍະລັກພົ້ນເດັ່ນຂອງພັກຄອມມູນິດຈີນ ທີ່ຕ່າງກັບພັກການເມືອງອື່ນໆ ໃນຖານະເປັນພັກການເມືອງລັດທິມາກ.

ໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ພັກຄອມມູນິດຈີນໄດ້ນຳພາປະຊາຊົນຈີນຜ່ານ 3 ເຫດການໃຫຍ່ ຄື: ຄຳນັບຮັບຕ້ອນວັນສ້າງຕັ້ງພັກຄອມມູນິດຈີນຄົບຮອບຮ້ອຍປີ; ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ກ້າວເຂົ້າສູ່ຍຸກໃໝ່; ຈີນໄດ້ສຳເລັດໜ້າທີ່ປະຫວັດສາດ ທີ່ລຶບລ້າງຄວາມທຸກຍາກຢ່າງຮອບດ້ານ ແລະ ສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ ເຊິ່ງໄດ້ບັນລຸເປົ້າໝາຍສູ້ຊົນຮອບຮ້ອຍປີປະການທີ 1. ນີ້ແມ່ນໄຊຊະນະຄັ້ງປະຫວັດສາດທີ່ພັກຄອມມູນິດຈີນແລະປະຊາຊົນຈີນສາມັກຄີກັນ ແລະ ສູ້ຊົນຍາດແຍ່ງມາໄດ້, ແມ່ນໄຊຊະນະຄັ້ງປະຫວັດສາດທີ່ໂດດເດັ່ນໃນຂະບວນການພັດທະນາຂອງຊົນຊາດຈີນ ແລະ ກໍແມ່ນໄຊຊະນະຄັ້ງປະຫວັດສາດທີ່ມີບົດບາດອັນເລິກເຊິ່ງຍາວໄກຕໍ່ໂລກ ເຊິ່ງເຮັດໃຫ້ປະຊາຊົນຈີນ 1,4 ຕື້ຄົນຮູ້ສຶກເພິ່ງພໍໃຈຕໍ່ກັບຜົນໄດ້ຮັບ, ຄວາມສຸກ ແລະ ຄວາມປອດໄພແບບບໍ່ເຄີຍມີມາກ່ອນ.



ພັກຄອມມູນິດຈີນໄດ້ຍຶດໝັ້ນແນວຄິດພັດທະນາທີ່ຖືປະຊາຊົນເປັນໃຈກາງ, ໄດ້ປະຕິບັດຕາມຄຳໝັ້ນສັນຍາອັນເຄັ່ງຂຶມທີ່ “ໃຫ້ປະຊາຊົນຢູ່ເຢັນເປັນສຸກ” ຢ່າງບໍ່ຢຸດຢັ້ງ. ໃນບົດລາຍງານຂອງທ່ານສີຈິ້ນຜິງໄດ້ລະບຸຢ່າງຈະແຈ້ງວ່າ: ນັບແຕ່ປັດຈຸບັນເປັນຕົ້ນໄປ, ໜ້າທີ່ໃຈກາງຂອງພັກຄອມມູນິດຈີນກໍແມ່ນສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດຈີນສ້າງປະເທດສັງຄົມນິຍົມທີ່ທັນສະໄໝແລະເຂັ້ມແຂງສຳເລັດຢ່າງຮອບດ້ານ, ບັນລຸເປົ້າໝາຍສູ້ຊົນຮອບຮ້ອຍປີປະການທີ 2 ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານ ດ້ວຍການຫັນເປັນທັນສະໄໝແບບຈີນ.

ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຈີນມີຄວາມສຸກຫຼາຍກວ່າເກົ່າ, ແຜນຜັງອັນຍິ່ງໃຫຍ່ພວມໄດ້ຮັບການຈັດຕັ້ງປະຕິບັດ. ອີງຕາມແຜນການ, ຈີນຈະບັນລຸການຫັນເປັນສັງຄົມນິຍົມທີ່ທັນສະໄໝ ໂດຍພື້ນຖານ ນັບແຕ່ປີ 2020 ຫາປີ 2035; ສ້າງຈີນໃຫ້ເປັນປະເທດສັງຄົມນິຍົມທີ່ເຂັ້ມແຂງ, ທັນສະໄໝ,ປະຊາທິປະໄຕ, ສີວິໄລ, ກົມກຽວກັນ ແລະ ສວຍງາມ ນັບແຕ່ປີ 2035 ຫາກາງສະຕັດວັດນີ້. ອາດເວົ້າໄດ້ວ່າ: ເມື່ອຮອດເວລານັ້ນ, ປະຊາຊົນຈີນຈະມີຊີວິດທີ່ສຸກສັນກວ່າເກົ່າ, ແນວຄິດພັດທະນາທີ່ຖືປະຊາຊົນເປັນໃຈກາງ ຈະສ່ອງແສງໃຫ້ເຫັນເຖິງກຳລັງພຶດຕິກຳທີ່ແຂງແຮງກວ່າເກົ່າ.

“ການພັດທະນາເພື່ອປະຊາຊົນ, ການພັດທະນາອີງໃສ່ປະຊາຊົນ ແລະ ໝາກຜົນການພັດທະນາຈະໃຫ້ປະຊາຊົນຊົມໃຊ້ຮ່ວມກັນ.” ໂດຍມີຄວາມສະແຫວງຫາດ້ານຄ່ານິຍົມແບບນີ້, ພັກຄອມມູນິດຈີນສູ້ຊົນຜ່ານຜ່າຮ່ວມກັບປະຊາຊົນຈີນ, ຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ທີ່ປະຈັກຕາຊາວໂລກ. ພັກຄອມມູນິດຈີນຈະສືບຕໍ່ສາມັກຄີ ແລະ ນຳພາປະຊາຊົນຈີນສູ້ຊົນຜ່ານຜ່າ ແບບແຂ່ງຝົນແຂ່ງແດດ, ສ້າງມະຫັດສະຈັນດ້ານການພັດທະນາທີ່ໃຫຍ່ກວ່າເກົ່າ ແລະ ສ້າງອະນາຄົດທີ່ສວຍງາມກວ່າເກົ່າ ພ້ອມທັງເພີ່ມພະລັງທີ່ສ້າງສັນຫຼາຍກວ່າເກົ່າ ເພື່ອສັນຕິພາບ ແລະ ການພັດທະນາຂອງໂລກ ບົນຂະບວນການໃໝ່ ຂອງການສ້າງປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.