ຜູ້ຊ່ຽວຊານດ້ານພາສາສັນຊາດຕ່າງປະເທດກ່າວວ່າ: ໄດ້ເຫັນປະເທດຈີນທີ່ມີຄວາມໝັ້ນໃຈກວ່າເກົ່າຈາກບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ

2022-10-17 17:00:40 cri

ບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນມີຜູ້ຊ່ຽວຊານດ້ານພາສາສັນຊາດຕ່າງປະເທດຈຳນວນໜຶ່ງໄດ້ເຂົ້າຮ່ວມວຽກງານກວດແກ້ບົດລາຍງານສະບັບພາສາຕ່າງປະເທດ, ນີ້ແມ່ນພັກຄອມມູນິດຈີນເຊື້ອເຊີນຊ່ຽວຊານຕ່າງປະເທດເຂົ້າຮ່ວມວຽກງານແປບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນອີກຄັ້ງໜຶ່ງຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກຄອມມູນິດຈີນ. ຜູ້ຊ່ຽວຊານຕ່າງປະເທດເຫຼົ່ານີ້ສ່ວນຫຼາຍເຄີຍໄດ້ເຂົ້າຮ່ວມວຽກງານແປເອກະສານສຳຄັນຕ່າງໆເຊັ່ນ: ກອງປະຊຸມຄົບຄະນະຂອງຄະນະກຳມະການສູນກາງພັກຄອມມູນິດຈີນ, ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ແລະ ອື່ນໆ. ຂະນະທີ່ໜ້າທີ່ເທື່ອນີ້ຂອງຜູ້ຊ່ຽວຊານເຫຼົ່ານີ້ຕົ້ນຕໍແມ່ນຮັບຜິດຊອບວຽກງານກວດແກ້ບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນສະບັບພາສາລາວ, ພາສາອັງກິດ, ພາສາຝຣັ່ງ, ພາສາຣັດເຊຍ, ພາສາເຢຍລະມັນ, ພາສາແອັສປາຍ, ພາສາອາຣັບ ແລະ ສະບັບພາສາອື່ນໆ.

ຈຸດເດັ່ນຈຸດໃໝ່ ແລະ ແນວຄວາມຄິດໃໝ່ໃນບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນເຮັດໃຫ້ຜູ້ຊ່ຽວຊານຕ່າງປະເທດມີປະທັບໃຈຢ່າງເລິກເຊິ່ງ, ຜູ້ຊ່ຽວຊານຕ່າງປະເທດເຫຼົ່ານີ້ສ່ວນຫຼາຍໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ປະເທດຈີນເປັນໄລຍະຍາວ, ເຊິ່ງບໍ່ພຽງແຕ່ເປັນພິຍານຂອງການພັດທະນາຢ່າງວ່ອງໄວໃນຂົງເຂດຕ່າງໆຂອງປະເທດຈີນໃນ 10 ປີຂອງຍຸກໃໝ່, ແຮ່ງໄດ້ສຳພັດກັບທັດສະນະ ແລະ ການກະທຳຂອງພັກຄອມມູນິດຈີນຢ່າງແທ້ຈິງ. ຈາກບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ຜູ້ຊ່ຽວຊານຕ່າງປະເທດທັງຫຼາຍໄດ້ເຫັນປະເທດຈີນທີ່ນັບມື້ນັບມີຄວາມໝັ້ນໃຈກວ່າເກົ່າ, ໂດຍສະເພາະພວກທ່ານແຮ່ງສົນໃຈນຳມະໂນພາບ “ຄວາມທັນສະໄໝແບບຈີນ” ໃນບົດລາຍງານ, ເຊື່ອວ່າປະເທດຈີນທີ່ກ້າວເຂົ້າສູ່ຂະບວນການໃໝ່ຈະແບ່ງປັນໂອກາດພັດທະນາຫຼາຍກວ່າເກົ່າໃຫ້ແກ່ທົ່ວໂລກ.

ທ່ານປອງໄຕ ຈະເລີນສຸກ, ຜູ້ຊ່ຽວຊານພາສາລາວ ກ່າວວ່າ: “ຄວາມທັນສະໄໝແບບຈີນແນ່ນອນຕ້ອງຕ່າງຈາກຄວາມທັນສະໄໝຂອງປະເທດຕາເວັນຕົກ, ເພາະວ່າ:ຄວາມທັນສະໄໝແບບຈີນແມ່ນມີພັກຄອມມູນິດຈີນເປັນຜູ້ນຳພາ, ນອກນັ້ນໃຫ້ປະຊາຊົນຈີນບັນດາເຜົ່າທຸກຊັ້ນຄົນທຸກເພດໄວເຂົ້າມາມີສ່ວນຮ່ວມ, ເຮັດໃຫ້ປະຊາຊົນຈີນທຸກຖ້ວນໜ້າຮັ່ງມີຮ່ວມກັນ, ໂດຍບໍ່ຖິ້ມຜູ້ໃດໄວ້ຢູ່ຂ້າງຫຼັງ. ສຳລັບຄວາມທັນສະໄໝແບບຈີນນີ້, ຂ້າພະເຈົ້າຄຶດວ່າຈະກາຍເປັນບົດຮຽນທີ່ດີ ແລະ ບ່ອນອີງທີ່ສຳຄັນໃຫ້ແກ່ບັນດາປະເທດຕ່າງໆ.”