ຈີນວາງທິດທາງບໍລິຫານປະເທດໃນອະນາຄົດ

2022-10-18 15:40:40 cri


   ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ເຊິ່ງເປັນພັກກຳອຳນາດ ໄດ້ໄຂຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ໄດ້ຕາງໜ້າຄະນະກຳມະການສູນກາງພັກອມມູນິດຈີນສະໄໝທີ 19 ຜ່ານບົດລາຍງານຕໍ່ກອງປະຊຸມ, ໂດຍໄດ້ບັນລະຍາຍທິດທາງບໍລິຫານປະເທດໃນໄລຍະຂ້າງໜ້າຂອງພັກຄອມມູນິດຈີນໂດຍປິ່ນອ້ອມຫົວຂໍ້ຕ່າງໆ, ເຊັ່ນ: ການພັດທະນາເສດຖະກິດ, ພັດທະນາຊົນນະບົດໃຫ້ຈະເລີນ, ເປີດປະຕູສູ່ພາຍນອກ, ການສຶກສາ-ການແພດ, ອະນຸລັດສິ່ງແວດລ້ອມ, ປະເທດດຽວສອງລະບອບ ແລະອື່ນໆ.

   ກ່ຽວກັບການພັດທະນາເສດຖະກິດ, ບົດລາຍງານລະບຸວ່າ: ຕ້ອງສ້າງລະບົບອຸດສາຫະກຳທີ່ທັນສະໄໝ, ຍຶດໝັ້ນສຸມໃສ່ພັດທະນາເສດຖະກິດທີ່ເປັນຮູບປະທຳ, ຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ເລັ່ງລັດການສ້າງປະເທດທີ່ເຂັ້ມແຂງດ້ານການຜະລິດ ຄຸນນະພາບ ການບິນອະວະກາດ ຄົມມະນາຄົມ ອິນເຕີເນັດ ແລະປະເທດຈີນດີຈີຕອນ.

   ກ່ຽວກັບການພັດທະນາຊົນນະບົດໃຫ້ຈະເລີນ, ບົດລາຍງານລະບຸວ່າ: ຕ້ອງສ້າງຄວາມໝັ້ນທ່ຽງ ແລະ ຂະຫຍາຍຜົນການລຶບລ້າງຄວາມທຸກຍາກໃຫ້ກວ້າງກວ່າເກົ່າ, ເລັ່ງລັດການສ້າງປະເທດທີ່ເຂັ້ມແຂງດ້ານກະສິກຳ, ປັບປຸງພື້ນຖານຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ມີຄວາມໝັ້ນແກ່ນຢ່າງຮອບດ້ານ, ເດັດດ່ຽວຮັກສາເສັ້ນແດງທີ່ເນື້ອທີ່ດິນປູກຝັງ 120 ລ້ານເຮັກຕາ, ຮັບປະກັນໃຫ້ຄົນຈີນຈັບຖ້ວຍເຂົ້າໄວ້ໃນມືຂອງຕົນໃຫ້ແໜ້ນ.

   ກ່ຽວກັບການເປີດປະຕູສູ່ພາຍນອກ, ບົດລາຍງານລະບຸວ່າ: ຕ້ອງຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ເລັ່ງລັດສ້າງປະເທດເຂັ້ມແຂງດ້ານການຄ້າ, ຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນໃຫ້ມີການພັດທະນາຢ່າງມີຄຸນນະພາບສູງ, ປົກປັກຮັກສາສະຖານະການເສດຖະກິດ ແລະ ການພົວພັນດ້ານເສດຖະກິດການຄ້າໃນສາກົນທີ່ມີຫຼາຍເຄົ້າ ແລະ ມີຄວາມໝັ້ນທ່ຽງ.



   ກ່ຽວກັບການສຶກສາ-ການແພດ, ບົດລາຍງານລະບຸວ່າ: ຕ້ອງພັດທະນາການສຶກສາທີ່ປະຊາຊົນພໍໃຈ, ເລັ່ງລັດການສ້າງລະບົບການສຶກສາທີ່ມີຄຸນນະພາບສູງ, ພັດທະນາການສຶກສາຄຸນນະພາບ, ຊຸກຍູ້ໃຫ້ການສຶກສາມີຄວາມຍຸຕິທຳ. ຕ້ອງເລັ່ງລັດການສ້າງປະເທດຈີນທີ່ມີສຸຂະພາບເຂັ້ມແຂງ, ຖືເອົາການຮັບປະກັນສຸຂະພາບຂອງປະຊາຊົນເປັນໜ້າທີ່ຍຸດທະສາດທີ່ຕ້ອງພັດທະນາເປັນບຸລິມະສິດ, ສ້າງລະບົບນະໂຍບາຍສະໜັບສະໜູນດ້ານການປະສູດ, ປະຕິບັດຍຸດທະສາດແຫ່ງຊາດທີ່ຮັບມືກັບອັດຕາຜູ້ສູງອາຍຸເພີ່ມຂຶ້ນຫຼາຍຢ່າງຕັ້ງໜ້າ.

   ກ່ຽວກັບຄວາມສີວິໄລດ້ານລະບົບນິເວດ, ບົດລາຍງານລະບຸວ່າ: ຕ້ອງຊຸກຍູ້ ການປ່ອຍກາກບອນເຖິງລະດັບສູງສຸດ ແລະ ການປອດການປ່ອຍກາກບອນ ຢ່າງຕັ້ງໜ້າ ແລະ ໜັກແໜ້ນ, ລົງເລິກຊຸກຍູ້ການປະຕິວັດດ້ານພະລັງງານ, ເພີ່ມທະວີການນຳໃຊ້ຖ່ານຫີນແບບບໍ່ເປັນພິດຕໍ່ສິ່ງແວດລ້ອມ ແລະ ມີປະສິດທິພາບສູງ, ເລັ່ງລັດວາງແຜນ ແລະ ສ້າງລະບົບພະລັງງານແບບໃໝ່, ເຂົ້າຮ່ວມການບໍລິຫານໂລກເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

   ກ່ຽວກັບປະເທດດຽວສອງລະບອບ, ບົດລາຍງານລະບຸວ່າ: ປະເທດດຽວສອງລະບອບແມ່ນການປະດິດສ້າງອັນຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ແມ່ນລະບອບທີ່ດີທີ່ສຸດໃນການປົກປັກຮັກສາຄວາມຈະເລີນຮຸ່ງເຮືອງ ແລະສະຖຽນລະພາບຖາວອນຂອງເຂດຮົງກົງ ແລະມາເກົ໊າ ຫຼັງຈາກກັບຄືນສູ່ປະເທດຈີນ, ຕ້ອງຍຶດໝັ້ນເປັນເວລາຍາວນານ. ຕ້ອງສະໜັບສະໜູນເຂດຮົງກົງ ແລະມາເກົ໊າເຊື່ອມໂຍງເຂົ້າພາກສ່ວນໃຫຍ່ດ້ານການພັດທະນາແຫ່ງຊາດໃຫ້ດີກວ່າເກົ່າ, ເພື່ອເສີມຂະຫຍາຍບົດບາດດີກວ່າເກົ່າເຂົ້າໃນການບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່.



   ບົດລາຍງານລະບຸເປັນພິເສດວ່າ: ການແກ້ໄຂບັນຫາໄຕ້ຫວັນແມ່ນວຽກ ງານຂອງປະຊາຊົນຈີນເອງ, ຕ້ອງແມ່ນປະຊາຊົນຈີນເປັນຜູ້ຕັດສິນ. ພວກເຮົາ ຍຶດໝັ້ນຍຶດຖືຄວາມຈິງໃຈຫຼາຍທີ່ສຸດ ແລະຈະທຳຄວາມພະຍາຍາມຫຼາຍທີ່ສຸດ ເພື່ອບັນລຸການເຕົ້າໂຮມເປັນເອກະພາບກັນໂດຍສັນຕິ, ແຕ່ຈະບໍ່ສັນຍາວ່າ ຈະ ປະລະການໃຊ້ກຳລັງອາວຸດຢ່າງເດັດຂາດ, ຈີນຈະຮັກສາທາງເລືອກທີ່ນຳໃຊ້ ມາດຕະການທີ່ຈຳເປັນທຸກປະການ, ນີ້ແມ່ນແນໃສ່ການແຊກແຊງຈາກອິດທິກຳລັງ ພາຍນອກ ແລະບຸກຄົນທີ່ຫວັງຢາກແບ່ງແຍກໄຕ້ຫວັນອອກຈາກປະເທດຈີນ ພ້ອມດ້ວຍການກະທຳທີ່ຫວັງຢາກແບ່ງແຍກໄຕ້ຫວັນອອກຈາກປະເທດຈີນ, ຫາກ ບໍ່ແມ່ນແນໃສ່ພີ່ນ້ອງຮ່ວມຊາດໄຕ້ຫວັນທັງຫຼາຍເດັດຂາດ. ບົດລາຍງານເນັ້ນໜັກວ່າ: ກົງລໍ້ປະຫວັດສາດແຫ່ງການເຕົ້າໂຮມປະເທດຊາດເຂົ້າເປັນເອກະພາບກັນ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ພວມກ້າວເດີນໄປຂ້າງໜ້າ ຢ່າງບໍ່ຢຸດຢັ້ງ, ການເຕົ້າໂຮມປະເທດຊາດເຂົ້າເປັນເອກະພາບກັນຢ່າງສົມບູນ ຕ້ອງປາກົດຜົນ ເປັນຈິງໃຫ້ໄດ້ ແລະສາມາດປາກົດຜົນເປັນຈິງໄດ້ຢ່າງແນ່ນອນ.