ຈັດກອງປະຊຸມຖະແຫຼງຂ່າວຮອບທຳອິດຢູ່ສູນຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ

2022-10-18 15:24:47 cri

   

ສູນຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຮອບທຳອິດໃນຕອນເຊົ້າວັນທີ 17 ຕຸລານີ້ ໂດຍພາຍໃຕ້ຫົວຂໍ້ “ຜັນຂະຫຍາຍແນວຄິດການພັດທະນາອັນໃໝ່,ສ້າງສະພາບການພັດທະນາອັນໃໝ່,ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ,ຊຸກຍູ້ຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ”. ທ່ານ ຈ້າວເຊີນຊິ່ນ ສະມາຊິກໜ່ວຍພັກທັງເປັນຮອງຫົວໜ້າຄະນະກຳມະການການພັດທະນາແລະປະຕິຮູບແຫ່ງຊາດຈີນກ່າວເນັ້ນໃນກອງປະຊຸມວ່າ: ການເປີດປະຕູແລະການຮ່ວມມືແມ່ນກະແສຫຼັກຂອງປະຫວັດສາດ,ຕ່າງຝ່າຍຕ່າງມີຜົນປະໂຫຍດ ແມ່ນຖືກຕ້ອງຕາມຄວາມປາຖະໜາຂອງມວນມະນຸດ. ຈີນຈະຢືນຢູ່ຂ້າງທີ່ຖືກຕ້ອງທາງປະຫວັດສາດຢ່າງສະເໝີຕົ້ນສະເໝີປາຍ,ຈະບໍ່ຖືກສະກັດກັ້ນຈາກສະພາບຄວາມຫຍຸ້ງຍາກແລະຄວາມສັບສົນວຸ້ນວາຍຢ່າງເດັດຂາດ,ຊູຄັນທຸງໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ,ຈັດຕັ້ງປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງຢ່າງຕັ້ງໜ້າ,ເດັດດ່ຽວເປີດກວ້າງການເປີດປະຕູສູ່ພາຍນອກຢ່າງຮອບດ້ານ,ຊຸກຍູ້ເສດຖະກິດໂລກາພິວັດໃຫ້ພັດທະນາໄປສູ່ທິດທີ່ເປີດປະຕູກວ່າເກົ່າ,ໂອບເອື້ອອາລີກວ່າເກົ່າ,ສ້າງຜົນປະໂຫຍດທົ່ວໄປຫຼາຍກວ່າເກົ່າ,ມີຄວາມດຸນດ່ຽງກວ່າເກົ່າແລະຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍກວ່າເກົ່າ.