ຈີນຈະຍຶດໝັ້ນການເປີດປະຕູສູ່ພາຍນອກ​ໃນລະດັບສູງ

2022-10-18 14:57:32 CRI

    ວັນທີ 16 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກ ຄອມມູນິດຈີນ ເຊິ່ງເປັນພັກກຳອຳນາດຂອງຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານ ສີຈີ້ນຜິງ ໄດ້ຕາງໜ້າຄະນະກຳມະການສູນກາງພັກສະໄໝທີ 19 ຜ່ານ ບົດລາຍງານ, ໂດຍຊີ້ອອກວ່າ: ຈີນຈະອອກແຮງຊຸກຍູ້ໃຫ້ມີການພັດທະນາໃນ ຄຸນນະພາບສູງ, ຍຶດໝັ້ນການເປີດປະຕູສູ່ພາຍນອກໃນລະດັບສູງ.

 


    ບົດລາຍງານລະບຸວ່າ: ນັບແຕ່ປັດຈຸບັນເປັນຕົ້ນໄປ, ຈີນໄດ້ກ້າວໄປສູ່ ຂະບວນການຄັ້ງໃໝ່ ແຫ່ງການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບ ດ້ານ, ການພັດທະນາໃນຄຸນນະພາບສູງແມ່ນໜ້າທີ່ສຳຄັນອັນດັບໜຶ່ງ. ຈີນຈະ ຍຶດໝັ້ນທິດທາງການປະຕິຮູບເສດຖະກິດຕະຫຼາດສັງຄົມນິຍົມ, ເດັດດ່ຽວສ້າງຄວາມໝັ້ນຄົງ ແລະ ພັດທະນາເສດຖະກິດລະບອບກຳມະສິດສ່ວນລວມ ຢ່າງ ບໍ່ຫວັ່ນໄຫວຄອນແຄນ, ເດັດດ່ຽວສົ່ງເສີມ ສະໜັບສະໜູນ ແລະ ຊັກນຳການພັດທະນາເສດຖະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມ ຢ່າງບໍ່ຫວັ່ນໄຫວຄອນແຄນ, ເສີມຂະຫຍາຍບົດບາດຕັດສິນຊີ້ຂາດຂອງຕະຫຼາດໃນການຈັດສັນ ຊັບພະ ຍາກອນຢ່າງເຕັມທີ່, ເສີມຂະຫຍາຍບົດບາດຂອງລັດຖະບານໃຫ້ດີກວ່າເກົ່າ.

 


    ບົດລາຍງານຊີ້ອອກວ່າ: ຈີນຈະເລັ່ງລັດການສ້າງສະຖານະການພັດທະນາ ແບບໃໝ່ ທີ່ຖືການເຄື່ອນໄຫວໃຫຍ່ພາຍໃນປະເທດເປັນຫຼັກ ທັງມີການເຄື່ອນໄຫວຢູ່ພາຍໃນປະເທດ ແລະ ສາກົນຊຸກຍູ້ເຊິ່ງກັນແລະກັນ, ເສີມສ້າງກຳລັງຂັບເຄື່ອນ ແລະ ຄວາມໜ້າໄວ້ວາງໃຈໄດ້ຂອງການເຄື່ອນໄຫວໃຫຍ່ພາຍໃນປະເທດ, ຍົກສູງຄຸນນະພາບ ແລະ ລະດັບຂອງການເຄື່ອນໄຫວໃນສາກົນ, ເລັ່ງລັດສ້າງລະບົບເສດຖະກິດທີ່ທັນສະໄໝ.

 


    ໃນບົດລາຍງານ, ທ່ານ ສີຈີ້ນຜິງ ຊີ້ອອກວ່າ: ຈີນຈະຍຶດໝັ້ນປະຕິບັດນະໂຍ ບາຍພື້ນຖານແຫ່ງຊາດ ທີ່ເປີດປະຕູສູ່ພາຍນອກ, ເດັດດ່ຽວປະຕິບັດຍຸດທະສາດ ເປີດປະຕູສູ່ພາຍນອກທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສ້າງໂອກາດໃໝ່ ໃຫ້ແກ່ໂລກດ້ວຍການພັດທະນາໃໝ່ຂອງຈີນຢ່າງບໍ່ຢຸດຢັ້ງ, ຊຸກຍູ້ສ້າງເສດຖະກິດ ໂລກແບບເປີດປະຕູສູ່ພາຍນອກ, ສ້າງຜົນປະໂຫຍດໃຫ້ແກ່ ປະຊາຊົນປະເທດ ຕ່າງໆໃຫ້ດີກວ່າເກົ່າ. ຈີນຈະຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ, ເລັ່ງລັດສ້າງປະເທດເຂັ້ມແຂງດ້ານການຄ້າ, ຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນ ທາງ” ຮ່ວມກັນໃຫ້ມີການພັດທະນາໃນຄຸນນະພາບສູງ, ປົກປັກຮັກສາສະຖາ ນະການເສດຖະກິດ ແລະ ການພົວພັນເສດຖະກິດ-ການຄ້າສາກົນທີ່ມີຫຼາຍເຄົ້າ ແລະ ຄວາມໝັ້ນທ່ຽງ.

 


    ປັດຈຸບັນ, ຍອດປະລິມານເສດຖະກິດຂອງຈີນໄດ້ກວມ 18,5% ຂອງໂລກ, ເປັນອັນດັບທີສອງໃນໂລກ, GDP ສະເລ່ຍຕໍ່ຫົວຄົນລື່ນກາຍ 1 ໝື່ນໂດລາ, ໄດ້ມີກຸ່ມຄົນທີ່ມີລາຍຮັບລະດັບກາງໃນຈຳນວນຫຼາຍກວ່າ 400 ລ້ານຄົນ, ເຊິ່ງເປັນ ຂະໜາດໃຫຍ່ທີ່ສຸດ ແລະ ມີລັກສະນະການເຕີບໂຕດີທີ່ສຸດໃນໂລກ.

 


    ຈີນໄດ້ກາຍເປັນຄູ່ການຄ້າຕົ້ນຕໍຂອງ 140 ກວ່າປະເທດ ແລະ ເຂດແຄວ້ນ, ຍອດມູນຄ່າການຄ້າດ້ານສິນຄ້າທີ່ຈັບຕ້ອງໄດ້ ເປັນອັນດັບໜຶ່ງໃນໂລກ, ຈຳນວນການດຶງດູດທຶນຕ່າງປະເທດ ແລະ ການລົງທຶນຕໍ່ຕ່າງປະເທດ ລ້ວນແຕ່ຢູ່ ແຖວໜ້າຂອງໂລກ.