ຈີນຈະສຸມໃສ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຮຽກຮ້ອງໃຫ້ສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດ

2022-10-18 10:44:57 CRI

 

    ວັນທີ 16 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ເຊິ່ງເປັນພັກກຳອຳນາດຂອງຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈີ້ນຜິງ ໄດ້ຕາງໜ້າຄະນະກຳມະການສູນກາງພັກສະໄໝທີ 19 ຜ່ານ ບົດລາຍງານ ໂດຍຊີ້ອອກວ່າ: ຈີນຈະຍຶດໝັ້ນຈຸດປະສົງຂອງນະໂຍບາຍການຕ່າງ ປະເທດຄື: ຮັກສາສັນຕິພາບຂອງໂລກ ແລະ ຊຸກຍູ້ການພັດທະນາພ້ອມກັນຢ່າງສະເໝີຕົ້ນສະເໝີປາຍ, ສຸມໃສ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນ ມະນຸດ, ຮຽກຮ້ອງໃຫ້ປະເທດຕ່າງໆໃນໂລກສົ່ງເສີມຄ່ານິຍົມຮ່ວມຂອງມວນ ມະນຸດ ຄື: ສັນຕິພາບ, ພັດທະນາ, ຍຸຕິທຳ, ທ່ຽງທຳ, ປະຊາທິປະໄຕ ແລະ ເສລີພາບ.

 

    ທ່ານ ສີຈີ້ນຜິງ ຊີ້ອອກວ່າ: ປັດຈຸບັນ, ການປ່ຽນແປງຮອບສະຕະວັດພວມ ເກີດຂຶ້ນດ້ວຍຮູບການທີ່ບໍ່ເຄີຍມີມາກ່ອນ. ດ້ານໜຶ່ງ, ກະແສຂອງປະຫວັດສາດຄື: ສັນຕິພາບ, ພັດທະນາ, ຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພວມກ້າວໄປໜ້າໂດຍບໍ່ສາມາດກີດຂວາງໄດ້, ອີກດ້ານໜຶ່ງ, ການກະທຳແບບເປັນເຈົ້າ      ອຳນາດ ໃຊ້ອຳນາດບາດໃຫຍ່ ແລະ ຂົ່ມເຫັງ ໄດ້ສ້າງຜົນຮ້າຍຢ່າງໜັກໜ່ວງ.

 


    ທ່ານ ສີຈີ້ນຜິງ ກ່າວຢ້ຳຄືນວ່າ: ຈີນເດັດດ່ຽວປະຕິບັດນະໂຍບາຍການຕ່າງ ປະເທດສັນຕິພາບທີ່ເປັນເອກະລາດເປັນເຈົ້າຕົນເອງ, ຈະຕົກລົງຫຼັກໝັ້ນ ແລະ ນະໂຍບາຍຂອງຕົນ ໂດຍອີງຕາມຄວາມຖືກຄວາມຜິດຂອງບັນຫານັ້ນເອງຢ່າງສະເໝີຕົ້ນສະເໝີປາຍ,ຈະປົກປັກຮັກສາຫຼັກມູນພື້ນຖານຂອງການພົວພັນລະຫວ່າງຊາດ, ປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳສາກົນ, ເດັດດ່ຽວ ຄັດຄ້ານລັດທິເຈົ້າອຳນາດ ແລະ ການເມືອງມະຫາອຳນາດໃນທຸກຮູບແບບ, ຄັດຄ້ານແນວຄິດສົງຄາມເຢັນ, ຄັດຄ້ານການແຊກແຊງວຽກງານພາຍໃນຂອງ ປະເທດອື່ນ ແລະຄັດຄ້ານການໃຊ້ສອງມາດຖານ. ຈີນຈະບໍ່ມີວັນເປັນເຈົ້າອຳນາດ ແລະ ຈະບໍ່ມີວັນແຜ່ຂະຫຍາຍອານາເຂດຈົນຕາບເທົ້າກາລະນານ.

 


    ທ່ານສີຈີ້ນຜິງ ຊີ້ອອກວ່າ: ບົນພື້ນຖານຍຶດໝັ້ນຫຼັກຫ້າປະການຢູ່ຮ່ວມກັນ ໂດຍສັນຕິ, ຈີນຈະຊຸກຍູ້ການສ້າງການພົວພັນສາກົນແບບໃໝ່ ແລະ ລົງເລິກ ຂະຫຍາຍການພົວພັນຄູ່ຮ່ວມໃນທົ່ວໂລກ. ຈະຊຸກຍູ້ການປະສານສົມທົບກັນ ແລະ ການຕອບຮັບກັນເປັນຢ່າງດີລະຫວ່າງປະເທດໃຫຍ່; ຈະຍຶດໝັ້ນທັດສະນະຄະຕິ ກ່ຽວກັບຄວາມສະໜິດສະໜົມ, ຈິງໃຈ, ໃຫ້ປະໂຫຍດ ແລະ ກວມລວມ ພ້ອມດ້ວຍທິດທາງການຕ່າງປະເທດກັບປະເທດໃກ້ຄຽງ ຢ່າງມີຄວາມເມດຕາກະລຸນາຕໍ່ ເພື່ອນບ້ານໃກ້ເຮືອນຄຽງ, ຖືເພື່ອນບ້ານໃກ້ເຮືອນຄຽງເປັນໝູ່ຄູ່, ເພີ່ມທະວີຄວາມ ສາມັກຄີ ແລະ ການຮ່ວມມືກັບປະເທດພວມພັດທະນາ ແລະ ຮັກສາຜົນປະໂຫຍດ ຮ່ວມຂອງປະເທດພວມພັດທະນາໂດຍອີງຕາມທັດສະນະຄະຕິທີ່ວ່າ ແທ້ຈິງ, ເປັນຮູບປະທຳ, ສະໜິດສະໜົມ ແລະ ຈິງໃຈ ພ້ອມດ້ວຍ ທັດສະນະອັນຖືກຕ້ອງກ່ຽວກັບຄວາມເປັນທຳ ແລະຜົນປະໂຫຍດ.

 


    ທ່ານ ສີຈີ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນຈະຍຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດ ໃນການເປີດປະຕູສູ່ພາຍນອກ, ເດັດດ່ຽວປະຕິບັດຍຸດທະສາດເປີດປະຕູສູ່ ພາຍນອກແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ໃຫ້ການຄ້າ ແລະ ການ ລົງທຶນຫັນເປັນແບບເສລີ ແລະ ສະດວກ, ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ ໃນພາກພື້ນ ແລະ ຫຼາຍຝ່າຍ, ຊຸກຍູ້ການປະສານງານນະໂຍບາຍເສດຖະກິດ ມະຫາພາກໃນສາກົນໃຫ້ກົມກຽວກັນ, ຄັດຄ້ານລັດທິປົກປ້ອງ, ຄັດຄ້ານການ ລົງໂທດແຕ່ຝ່າຍດຽວ ແລະ ການໃສ່ຄວາມກົດດັນສຸດຂີດ. ຈີນຍິນດີເພີ່ມທະວີ ການລົງທຶນດ້ານຊັບພະຍາກອນເຂົ້າໃນການພັດທະນາ ແລະ ການຮ່ວມມືຂອງ ໂລກ, ສຸມໃສ່ຫຼຸດຄວາມຜິດໂຕນກັນເໜືອໃຕ້ໃຫ້ໜ້ອຍລົງ, ເດັດດ່ຽວສະໜັບ ສະໜູນ ແລະ ຊ່ວຍເຫຼືອປະເທດພວມພັດທະນາອັນຫຼວງຫຼາຍໃຫ້ເລັ່ງລັດ ພັດທະນາ.

 


    ໃນບົດລາຍງານ, ທ່ານ ສີຈີ້ນຜິງ ກ່າວວ່າ: ຈີນໄດ້ສະເໜີຂໍ້ລິເລິ່ມການ ພັດທະນາທົ່ວໂລກ ແລະ ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຍິນດີຮ່ວມກັບປະຊາຄົມ ໂລກ ໃນການພ້ອມກັນຈັດຕັ້ງປະຕິບັດ. ຈີນຮຽກຮ້ອງຢ່າງຈິງໃຈໃຫ້ປະເທດຕ່າງໆ ໃນໂລກ ຈະສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດຄື: ສັນຕິພາບ,  ພັດທະນາ, ຍຸຕິທຳ, ທ່ຽງທຳ, ປະຊາທິປະໄຕ ແລະ ເສລີພາບ. ຊຸກຍູ້ໃຫ້ປະຊາຊົນປະເທດ ຕ່າງໆເຂົ້າໃຈກັນ ແລະ ສະໜິດສະໜົມຕໍ່ກັນ, ເຄົາລົບຄວາມຫຼາກຫຼາຍຂອງອາລະຍະທຳໃນໂລກ, ລື່ນກາຍຄວາມບໍ່ເຂົ້າໃຈກັນດ້ານອາລະຍະທຳດ້ວຍການແລກປ່ຽນກັນດ້ານອາລະຍະທຳ, ລື່ນກາຍຂໍ້ຂັດແຍ້ງກັນດ້ານອາລະຍະທຳດ້ວຍການຖອດຖອນເຊິ່ງກັນແລະກັນດ້ານອາລະຍະທຳ, ລື່ນກາຍຄວາມຮູ້ສຶກດີກວ່າກັນດ້ານອາລະຍະທຳ ດ້ວຍການຄົງຕົວຮ່ວມກັນດ້ານອາລະຍະທຳ, ພ້ອມກັນຮັບມືກັບສິ່ງທ້າທາຍຕ່າງໆໃນທົ່ວໂລກ.