ກະຊວງການຕ່າງປະເທດຈີນກ່າວວ່າ: ສຳລັບຈີນ-ສະຫະພາບເອີຣົບ ການຮ່ວມມືສຳຄັນກວ່າການແຂ່ງຂັນ

2022-10-18 14:53:23 cri

ໂດຍແນໃສ່ຂ່າວກ່ຽວກັບວ່າ ພາກສ່ວນການຕ່າງປະເທດຂອງສະຫະພາບເອີຣົບກຽມສະເໜີໃຫ້ປະເທດສະມາຊິກຫຼຸດຜ່ອນການອາໄສຕໍ່ຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງຂອງຈີນໃຫ້ໜ້ອຍລົງ, ວັນທີ 17 ຕຸລານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ການຈໍ່ຕົວຂຶ້ນ ແລະການພັດທະນາຂອງຕ່ອງໂສ້ການຜະລິດ ແລະຕ່ອງໂສ້ການສະໜອງໃນທົ່ວໂລກ ແມ່ນຜົນສະທ້ອນຮ່ວມກັນຂອງກົດເກນຕະຫຼາດ ແລະການຄັດເລືອກຂອງວິສາຫະກິດ. ການສ້າງສິ່ງຈຳກັດເພື່ອຈຸດປະສົງທາງການເມືອງ, ຈະກະທົບເຖິງການຮ່ວມມືສາກົນທີ່ກ່ຽວຂ້ອງ, ກະທົບເຖິງຄວາມໝັ້ນທ່ຽງຂອງຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງ, ເຊິ່ງບໍ່ມີຜົນດີຕໍ່ການພັດທະນາຂອງຂະແໜງການຕ່າງໆ, ຍິ່ງບໍ່ສອດຄ່ອງກັບຜົນປະໂຫຍດຂອງທຸກປະເທດ.


ທ່ານວ່າງເວີນປິ່ນຊີ້ອອກວ່າ, ຈີນກັບສະຫະພາບເອີຣົບແມ່ນຄູ່ຮ່ວມມື ຫາກບໍ່ແມ່ນຄູ່ແຂ່ງ, ສອງຝ່າຍມີການພົວພັນທີ່ແໜ້ນແຟ້ນທາງດ້ານເສດຖະກິດ, ມີລັກສະນະຊ່ວຍຊູຍູ້ໜູນກັນທີ່ແຂງແຮງ, ເວົ້າສຳລັບຈີນກັບສະຫະພາບເອີຣົບແລ້ວ, ການຮ່ວມມືແມ່ນສຳຄັນກວ່າການແຂ່ງຂັນຫຼາຍ. ຄືດັ່ງທ່ານ ໂຈເຊ ບໍເຣວ ຜູ້ແທນຂັ້ນສູງດ້ານນະໂຍບາຍການຕ່າງປະເທດ ແລະຄວາມໝັ້ນຄົງຂອງສະຫະພາບເອີຣົບເວົ້າໃນຫວ່າງມໍ່ໆນີ້ວ່າ, ສິນຄ້າຈີນໄດ້ເສີມຂະຫຍາຍບົດບາດເຂົ້າໃນການຄວບຄຸມໄພເງິນເຟີ້ທີ່ຫຼາຍກວ່າແລະໃຫຍ່ກວ່າທະນາຄານກາງໝົດທຸກແຫ່ງໃນທົ່ວໂລກ.


ທ່ານວ່າງເວີນປິ່ນກ່າວເນັ້ນວ່າ, ຫວັງໃຫ້ສະຫະພາບເອີຣົບຕີລາຄາຕໍ່ການຮ່ວມມືຈີນ-ສະຫະພາບເອີຣົບຢ່າງພາວະວິໄສ, ເພີ່ມທະວີຜົນປະໂຫຍດຮ່ວມລະຫວ່າງສອງຝ່າຍ, ປົກປັກຮັກສາຄວາມໝັ້ນທ່ຽງຂອງຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງຂອງໂລກ.