ພັກຄອມມູນິດຈີນປັບປຸງລະບົບລະບຽບການຂອງການປະຕິວັດດ້ວຍຕົນເອງໃຫ້ສົມບູນແບບ, ລົງໂທດການສໍ້ລາດບັງຫຼວງດ້ວຍທ່າທີບໍ່ໂຍະຍານແມ່ນແຕ່ໜ້ອຍດຽວ

2022-10-18 14:47:47 CRI

    ວັນທີ 17 ຕຸລານີ້, ສູນຖະແຫຼງຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວຄັ້ງທີ 2 ເພື່ອແນະນຳ ສະພາບກ່ຽວກັບການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢ່າງເດັດດ່ຽວບໍ່ຫວັ່ນໄຫວຄອນແຄນ ແລະ ລົງເລິກຊຸກຍູ້ໂຄງການໃໝ່ອັນຍິ່ງໃຫຍ່ ກ່ຽວກັບການກໍ່ສ້າງ ພັກໃນຍຸກໃໝ່, ພ້ອມທັງຕອບຄຳຖາມຂອງນັກຂ່າວ.


 

    ທ່ານ ທຽນເພີຍຢຽນ ຮອງຫົວໜ້າຫ້ອງຄົ້ນຄວ້ານະໂຍບາຍສູນກາງ ແນະນຳ ວ່າ: ກ້າປະຕິວັດດ້ວຍຕົນເອງເປັນນິດໄສອັນເດັ່ນຊັດທີ່ສຸດ ແລະ ທ່າແຮງທີ່ເປັນເອກະລັກຂອງພັກຄອມມູນິດຈີນ, ເປັນສາເຫດທີ່ພັກຄອມມູນິດຈີນຜ່ານຮ້ອຍປີກໍ່ຍັງໜຸ່ມແໜ້ນ ແລະ ຜ່ານຄວາມຫຍຸ້ງຍາກລຳບາກຫຼວງຫຼາຍກໍ່ຍັງມີພະລັງຊີວິດ. ຖ້າຢາກສືບທອດ ຮັກສາ ແລະ ພັດທະນານິດໄສອັນເດັ່ນຊັດ ແລະ ທ່າແຮງທີ່ເປັນເອກະລັກດັ່ງກ່າວໃຫ້ດີ, ແມ່ນແຍກອອກຈາກບົດບາດຂອງລະບຽບການບໍ່ໄດ້.

 

    ນອກນີ້, ທ່ານ ຊ່ຽວເພີຍ ຮອງຫົວໜ້າຄະນະກວດກາສູນກາງ ທັງເປັນຮອງຫົວໜ້າຄະນະກຳມະການຕິດຕາມກວດກາແຫ່ງຊາດຈີນ ໄດ້ແນະນຳສະພາບ ກ່ຽວກັບພັກຄອມມູນິດຈີນລົງໂທດການສໍ້ລາດບັງຫຼວງ ໂດຍກ່າວວ່າ: ພັກ ຄອມມູນິດຈີນ ໄດ້ລົງໂທດການສໍ້ລາດບັງຫຼວງດ້ວຍທ່າທີບໍ່ໂຍະຍານແມ່ນແຕ່ໜ້ອຍດຽວ, ຊຸກຍູ້ວຽກງານຕາມທິດ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດ ບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ” ໄປພ້ອມກັນ, ເດັດດ່ຽວສືບສວນ ແລະ ລົງໂທດຄະດີສໍ້ລາດບັງຫຼວງທີ່ມີບັນຫາການເມືອງ ແລະ ບັນຫາເສດຖະກິດເຊື່ອມໂຍງເຂົ້າກັນ, ລົງໂທດບັນຫາສໍ້ລາດບັງຫຼວງທີ່ໃກ້ກັບປະຊາຊົນຢ່າງເດັດດ່ຽວ.