ການແຂ່ງຂັນຄວາມສາມາດດ້ານເຕັກນິກໂລກປີ 2022 ຄັ້ງພິເສດທີ່ ສ.ເກົາຫຼີໄດ້ສິ້ນສຸດລົງ, ຈີນໄດ້ຮັບຫຼຽນຄຳ 3 ຫຼຽນແລະຫຼຽນທອງ 1 ຫຼຽນ

2022-10-18 14:54:17 cri

ວັນທີ 17 ຕຸລານີ້, ພິທີອັດງານ ຂອງການແຂ່ງຂັນຄວາມສາມາດດ້ານເຕັກນິກໂລກປີ 2022 ຄັ້ງພິເສດທີ່ ສ.ເກົາຫຼີ ໄດ້ຈັດຂຶ້ນຢູ່ນະຄອນໂກຢາງ ແຂວງຈິຢົງຈີຂອງ ສ.ເກົາຫຼີ, ນັກແຂ່ງຂັນຈີນ 6 ຄົນໄດ້ຮັບຫຼຽນຄຳ 3 ຫຼຽນ, ຫຼຽນທອງ 1 ຫຼຽນ ແລະລາງວັນດີເດັ່ນ 2 ລາຍການ, ເຊິ່ງໄດ້ມີການບຸກທະລຸໃນການແຂ່ງຂັນຫຼາຍລາຍການ.


ການແຂ່ງຂັນຄວາມສາມາດດ້ານເຕັກນິກໂລກປີ 2022 ຄັ້ງພິເສດທີ່ ສ.ເກົາຫຼີ ໄດ້ຈັດຂຶ້ນໃນວັນທີ 12 ຕຸລານີ້, ລວມລາຍການແຂ່ງຂັນມີ 8 ລາຍການ. ໃນນັ້ນ, ນັກແຂ່ງຂັນຈີນໄດ້ເຂົ້າຮ່ວມການແຂ່ງຂັນ 6 ລາຍການ.

ນັບມາຮອດປັດຈຸບັນ, ໃນການແຂ່ງຂັນ 13 ລາຍການທີ່ໄດ້ສິ້ນສຸດລົງຂອງ ການແຂ່ງຂັນຄວາມສາມາດດ້ານເຕັກນິກໂລກປີ 2022 ຄັ້ງພິເສດນັ້ນ, ທີມຈີນໄດ້ຮັບຫຼຽນຄຳ 8 ຫຼຽນ, ຫຼຽນທອງ 1 ຫຼຽນແລະລາງວັນດີເດັ່ນ 4 ລາຍການ, ເປັນອັນດັບໜຶ່ງໃນການຈັດລຳດັບຈຳນວນລາງວັນ.