ສະຖານີອະວະກາດຈີນຈະສຳເລັດໜ້າທີ່ສ້າງ “ໂຄງປະກອບຮູບໂຕ T” ກ່ອນທ້າຍປີນີ້

2022-10-18 14:55:08 cri

ປັດຈຸບັນ, ສະຖານີອະວະກາດຈີນ ທີ່ປະກອບດ້ວຍຫ້ອງແກນກາງ ທ່ຽນເຮີ, ຫ້ອງທົດລອງ ເວີ້ນທ່ຽນ, ຍານອະວະກາດເຊີນໂຈ່ 14 ແລະຍານອະວະກາດທ່ຽນໂຈ່ 4 ກຳລັງເຄື່ອນທີ່ຢູ່ຕາມວົງໂຄຈອນອະວະກາດທີ່ໄກຈາກໜ່ວຍໂລກ 400 ກິໂລແມັດ. ໃນທ້າຍເດືອນຕຸລານີ້, ຫ້ອງທົດລອງ ເມີ້ງທ່ຽນ ກໍ່ຈະປະກອບເຂົ້າເປັນພາກສ່ວນໜຶ່ງ. ສະຖານີອະວະກາດຈີນຈະສຳເລັດໜ້າທີ່ສ້າງ “ໂຄງປະກອບຮູບໂຕ T” ກ່ອນທ້າຍປີນີ້, ຄວາມຝັນໃນດ້ານການບິນອະວະກາດຂອງຈີນຈະໄດ້ຮັບຜົນສຳເລັດຫຼາຍກວ່າເກົ່າ.