ຈັດພິທີຂຶ້ນຮັບຕຳແໜ່ງຂອງປະທານາທິບໍດີຄົນໃໝ່ອີຣັກຢູ່ນະຄອນຫຼວງແບັກແດັດ

2022-10-18 14:44:05 CRI



ຕາມຂ່າວCRI: ວັນທີ 17 ຕຸລານີ້, ພິທີຂຶ້ນຮັບຕຳແໜ່ງຂອງທ່ານອັບດູນ ຣາຊິດປະທານາທິບໍດີຄົນໃໝ່ອີຣັກໄດ້ຈັດຂຶ້ນຢູ່ນະຄອນຫຼວງແບັກແດັດຂອງອີຣັກ.

 

ໃນມື້ດຽວກັນ, ທ່ານອັບດູນ ຣາຊິດກ່າວຄຳປາໄສໃນພິທີຂຶ້ນຮັບຕຳແໜ່ງວ່າ, ຫວັງວ່າຈະປະກອບສ້າງລັດຖະບານທີ່ເຂັ້ມແຂງ, ມີປະສິດທິພາບສູງແລະເປັນເອກະພາບກັນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນທີ່ຕໍ່ຄວາມໝັ້ນຄົງ, ສະຖຽນລະພາບແລະການບໍລິການ.

 

ທ່ານອັບດູນ ຣາຊິດເກີດຢູ່ແຂວງຊູເລີຍມານີຢາທີ່ເຂດປົກຄອງຕົນເອງເຄີດິສຕັນທາງພາກເໜືອອີຣັກໃນປີ 1944, ເຄີຍດຳລົງຕຳແໜ່ງເປັນລັດຖະມົນຕີຊັບພະຍາກອນນ້ຳ, ນັບແຕ່ປີ 2010 ເປັນຕົ້ນມາເປັນທີ່ປຶກສາຂັ້ນສູງຂອງປະທານາທິບໍດີອີຣັກ.